ອາເມລິກາປາດຖະໜາຫວັງໃຫ້ ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ

ອາເມລິກາປາດຖະໜາຫວັງໃຫ້ ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ - ảnh 1
​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson
(ພາບ:  THX/TTXVN)


(vovworld) - ​ອາ​ເມ​ລິກ​າ ປາດ​ຖະ​ໜາ​ຢາກໃຫ້ ສ​ປປ.ເກົາຫຼີ​ ​ກັບ​ຄືນ​ສູ່ການ​ເຈ​ລະ​ຈາ​ ກ່ຽວ​ກັບ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ​ຂອງ​ປະ​ເທດນີ້ ແລະ ຈະ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການທາງ​ການ​ທູດ, ລົງ​ໂທດ​ເພີ່ມ​ເຕີ່ມ ເພື່ອ​ເພີ່ມ​​ທະ​ວີກຳ​ລັງ​ດັນ​ຕໍ່ ພຽງ​ຢາງ. ນີ້​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ James Mattis ແລະ ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ແຫ່ງ​ຊາດ​ທ່ານ Dan Coats ພາຍ​ຫລັງ​ກອງ​ປະ​ຊຸມ​ພິ​ເສດ​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ ກ່​ວາ 100 ທ່ານ​ຢູ່​ທຳ​ນຽບ​ຂາວ​ໃນ​ຕອນ​ເຊົ້າ​ວັນ​ທີ 27/04 ຕາມ​ເວ​ລາ ຮ່າ​ໂນ້ຍ. ຖະ​ແຫຼງ​ການ​ຮ່ວມ​ຊີ້​ແຈ້ງວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຢາກກໍ່​​ກຳ​ລັງດັນ ເພື່ອ​ເຮັດ​ໃຫ້ ສ​ປ​ປ.ເກົາຫຼີ ​ຍົກ​ເລີກ​ໂຄງ​ການ​ນິວ​ເຄຼຍ, ລູກ​ສອນ​ໄຟ​ດ້ວຍ​ວີ​ທີ ຮັດ​ແໜ້ນ​ຄຳ​ສັ່ງ​ລົງ​ໂທດ​ເສດ​ຖະ​ກິດ, ເດີນ​ຕາມ​ບັນ​ດາ​ມາດ​ຕະ​ການ​ທາງ​ການ​ທູດ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​.


ຕອບກັບ

ຂ່າວ/ບົດ​ອື່ນ