ອາເມລິກາພ້ອມແລ້ວທີ່ພ້ອມກັບຫວຽດນາມປະຕິບັດສຳເລັດTPP

ອາເມລິກາພ້ອມແລ້ວທີ່ພ້ອມກັບຫວຽດນາມປະຕິບັດສຳເລັດTPP - ảnh 1
ທ່ານ​ເລຂາທິການ​ໃຫຍ່ມ ​ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ສະພາ​ຊິກ​ສະພາ​ສູງ John McCain

(vovworld) – ວັນ​ທີ 8/8, ຢູ່​ຮ່າ​ໂນ້ຍ, ທ່ານ​ສະມາຊິກ​ສະພາ​ສູງ John McCain, ສະມາຊິກ​ຄະນະກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ການ​ທະຫານພ້ອມ​ກັບທ່ານ​ສະມາຊິກ​ສະພາ​ສູງ Sheldon Whitehouse, ສະມາ​ຊິກຂອງ​ກຳມາ​ທິການ​ຍຸຕິ​ທຳ, ງົບປະມານ, ​ເສດຖະກິດ, ​ແຮ​ງງານ - ​ເງິນ​ເດືອນ, ສິ່ງ​ແວດ​ລ້ອມ ​ແລະ ​ໂຍທາ​ທິການ, ສະມາຊິກ​ສະພາສູງ ອາ​ເມ​ລິ​ກາ, ​ໄດ້​ຈັດການ​ປະຊຸມ​ຂ່າວ​ພາຍ​ໃນປະ​ເທດ ​ແລະ ສາກົນ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ, ທ່ານສະມາຊິກ​ສະພາ​ສູງ Sheldon Whitehouse ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ກົງ​ກັບ​ຈຸດ​ເວລາ​ສຳຄັນ​ເມື່ອ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ກະກຽມ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ​ໃນ​ປີ 2015. ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ບັນ​ດາ​ຄວາມ​ຄືບ​ໜ້າ​ທີ​ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ສະມາຊິກ​ສະພາ​ສູງ ຖື​ວ່າ: ປະຈຸ​ບັນ, 2 ປະ​ເທດ​ມີ​ຫຼາຍ​ວຽກ​ງານ​ທີ່​ຈະຕ້ອງ​ເຮັດ​ດ້ວຍ​ຖານະ​ເປັນ​ຄູ່​ຮ່ວມ​ມື​ຂອງ​ກັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຄວນ​ມີ​ບາດກ້າວ​ກະ​ໂດ​ດຂັ້ນ​ຢ່າງ​ແຮງ​ໃນ​​ໄລຍະ​ຈະ​ມາ​ເຖິງ. ​ເມື່ອ​ເວົ້າ​ເຖິງ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP), ທ່ານສະມາຊິກ​ສະພາ​ສູງ Sheldon Whitehouse ​ໃຫ້​ຮູ້​ວ່າ: ດ້ວຍ​ຖານະ​ເປັນຄູ່​ຮ່ວມ​ມື​ຮອບດ້ານ, ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ພ້ອມ​ກັບ ຫວຽດນາມ ປະຕິບັດ​ສັນຍາ​ນີ້​ໃຫ້​ສຳ​ເລັດ.

    ກ່ອນ​ໜ້າ​ນັ້ນ, ກໍ່ໃນວັນດຽວກັນ, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ​ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ​ໂດຍ​ທ່ານ​ສະພາ​ຊິກ​ສະພາ​ສູງ John McCain ​ແລະ ທ່ານ​ສະພາ​ຊິກ​ສະພາ​ສູງ Sheldon Whitehouse ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ພັກ ​ແລະ ລັດ ຫວຽດນາມ ຖື​ ອາ​ເມ​ລິ​ກາ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ສະໜັບສະໜູນ​ເລື່ອງ​ຊຸກຍູ້​ການ​ພົວພັນລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ທຸກ​ດ້ານ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​​ໃນ​ໂລກ.



ຂ່າວ/ບົດ​ອື່ນ