ອາເມລິກາຢາກສືບຕໍ່ສຳຫຼວດກວດກາບັນດາຮາກຖານນິວເຄຼຍອີຣານ

(VOVWORLD) -ວັນທີ 10 ພຶດສະພາ, ວົງການເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ, ທຳນຽບຂາວຢາກສືບຕໍ່ດຳເນີນບັນດາການສຳຫຼວດກວດກາບັນດາຮາກຖານນິວເຄຼຍຂອງອີຣານ ໂດຍບັງເອີນ

ອາເມລິກາຢາກສືບຕໍ່ສຳຫຼວດກວດກາບັນດາຮາກຖານນິວເຄຼຍອີຣານ - ảnh 1 ອາເມລິກາຢາກສືບຕໍ່ສຳຫຼວດກວດກາບັນດາຮາກຖານນິວເຄຼຍອີຣານ

(ພາບປະກອບ: AP/TTXVN)

ໂດຍບໍ່ຫົວຊາຕໍ່ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ເຊິ່ງ 6 ປະເທດມະຫາອຳນາດໄດ້ລົງນາມກັບອີຣານ ເມື່ອປີ 2015 ຫຼື ຍັງເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA). ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງສັງກັດອຳນາດການປົກຄອງອາເມລິກາ ໃຫ້ຮູ້ວ່າ, ທຳນຽບຂາວຫວັງວ່າ ອີຣານ ຈະສືບຕໍ່ປະຕິບັດພິທີການເພີ່ມເຕີ່ມ (AP) ແລະ ຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ເຖິງວ່າ JCPOA ຄົງຕົວຫຼືບໍ່. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ອາເມລິກາ ພວມລະແວງສົງໄສກ່ຽວກັບເລື່ອງ JCPOA ອາດຈະຄົງຕົວໄດ້ດົນເທົ່າໃດ, ພິເສດ ພາຍຫຼັງອາເມລິກາ ຈັດວາງບັນດາມາດຕະການລົງໂທດແນໃສ່ບັນດາບໍລິສັດຂອງເອີລົບ ທີ່ເຄື່ອນໄຫວຢູ່ອີຣານ.

ໃນຂະນະນັ້ນ, ບັນດານັກຊ່ຽວຊານກ່ຽວກັບການບໍ່ເຜີຍແຜ່ອາວຸດນິວເຄຼຍ ໄດ້ກ່າວເຕືອນວ່າ ປະຕູຊ່ວຍສັງເກດບັນດາການເຄື່ອນໄຫວດ້ານນິວເຄຼຍຂອງອີຣານ ອາດຈະຖືກລົບລ້າງ. ຕາມບັນດານັກຊ່ຽວຊານແລ້ວ, ອີຣານ ບໍ່ມີໜ້າທີ່ຕ້ອງປະຕິບັດບໍ່ວ່າຂໍ້ມາດຕາໃດໆຂອງຂໍ້ຕົກລົງນິວເຄຼຍ ຫຼື AP, ເມື່ອຂໍ້ຕົກລົງດັ່ງກ່າວຖືກລົ້ມລະລາຍ.

ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດລັດເຊຍ ແຈ້ງວ່າ, ມົດສະກູ ແລະ ເຕເຮຣານ ຈະຮັກສາການຮ່ວມມືກ່ຽວກັບຂໍ້ຕົກລົງນິວເຄຼຍ JCPOA ທີ່ໄດ້ລົງນາມລະຫວ່າງອີຣານ ກັບກຸ່ມ P5+1 ໄວ້ ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ