ອາເມລິກາວິຕົກກັງວົນຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ

ອາເມລິກາວິຕົກກັງວົນຕໍ່ການເຄື່ອນໄຫວຂອງຈີນຢູ່ທະເລຕາເວັນອອກ - ảnh 1
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Antony Blinken
(ພາບ: AP)

(vovworld) - ວັນ​ທີ 28/4, ວົງ​ການ​ເຈົ້າ​ໜ້າ​ທີ່​ຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ແດງຄວາມວິຕົກ​ກັງວົນຕໍ່​ເລື່ອງ​ ຈີນ​ອາດ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ບູລະນະ​ຢ່າງ​ຜິດ​ກົ​ດໝາຍ​ຢູ່​ໃນ​ພາກ​ພື້ນ. ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ​ຮຽກຮ້ອງ​ ຈີນ​ເຄົາລົບ​ການ​ຕັດສິນ​ຂອງ​ສານ​ສາກົນ​​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ວັນ​ທີ 28/4, ທ່ານ Ashton Carter, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, ​ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ​ພວມ​ຕິດຕາມ​ເລື່ອງ ຈີນ​ສາມາດ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ຫາດ Scarborough, ທີ່​ຕັ້ງ​ຢູ່​ທິດ​ເໜືອ​ໝູ່​ເກາະ ​ເຈື່ອງ​ຊາ, ​ເຊິ່ງ ຟີ​ລິບ​ປິນຢືນຢັນ​ວ່າ​ນອນ​ຢູ່​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ປະ​ເທດ​ນີ້ ​ແລະ ຫ່າງ​ຈາກ​ຖານ​ທີ່​ໝັ້ນ​ໃນ​ອ່າວ Subic ຂອງ​ຟີ​ລິບ​ປິນ ປະມານ 200 ກມ.

        ​ໃນ​ວັນ​ດຽວ​ກັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Antony Blinken ກໍ່​ກ່າວ​ເຕືອນວ່າ ຈີນອາດ​ຈະ​ທຳລາຍ​ຊື່​ສຽງ​ຂອງ​ຕົນ, ຖ້າ​ຫາກ​ວ່າ​ປະ​ເທດ​ນີ້​ບໍ່​ເມີນ​ເສີຍ​ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ປະຈຳ​ຢູ່ ລາ​ໄຮ, ປະ​ເທດ​ ​ໂຮນ​ລັງ ທີ່​ກ່ຽວຂ້ອງ​ເຖິງ​ຄະດີ​ຮ້ອງ​ຟ້ອງ​ຂັດ​ແຍ້​ງກັນ​ຢູ່​ຫາດ Scarborough ລະຫວ່າງ​ ປັກ​ກິ​ງ ​ແລະ ມາ​ນີລາ.

 


ຂ່າວ/ບົດ​ອື່ນ