ອາເມລິກາ-ຫວຽດນາມອອກຖະແຫຼງການຮ່ວມກ່ຽວກັບການຕ້ານການປ່ຽນແປງຂອງດີນຟ້າອາກາດ

ອາເມລິກາ-ຫວຽດນາມອອກຖະແຫຼງການຮ່ວມກ່ຽວກັບການຕ້ານການປ່ຽນແປງຂອງດີນຟ້າອາກາດ - ảnh 1
(ພາບ​ປະ​ກອບ: baotainguyenmoitruong)


(vovworld)- ວັນ​ທີ 22/5  ຢູ່​ນະ​ຄອນຫຼວງ Washington, ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບການ​ພົວ​ພັນ​ຄູ່​ຮ່ວມ​ມື ຕ້ານ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ​. ​ ແຈ້ງ​ການ​ຕໍ່ສື່ມວນ​ຊົນ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:  ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອາ​ເມ​ລິ​ກາ ຕ່າງ​ໜ້າ​ໃຫ້​ລັດ​ຖະ​ບານປະ​ເທດນີ້ ແລະ ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່​ງ​ແວດ​ລ້ອມ​ຫວຽດ​ນາມ ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ຫວຽດ​ນ​າມ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຕ້ານ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ, ໃນ​ນັ້ນ ເຫັນ​ດີ​ເປັນ​ເອ​ກະ​ພາບ ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ມື​ ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ ໃນ​ຂອບ​ເຂດ​ທົ່ວ​ໂລກ. ຖະ​ແຫຼງ​ການ​ເໜັ້ນ​ນັກ​ວ່າ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ຈະ​ສົບ​ທົບ​ກັນ ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Paris ​ຄື​ດັ່ງ​ສ່ວນ​ໜຶ່ງ​ໃນ​​ຄວາມມາ​ນະ​ພະ​ຍາ​ຍາມ​ລວມ ຂອງ​ປະ​ຊາ​ຄົ​ມ​​ສາ​ກົນ ກ່ຽວ​ກັບການຕ້ານ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ. ຖະ​ແຫຼງກ​ານຢັ້ງຢືນ​ວ່າ ອາ​ເມ​ລິ​ກາ​ຈະ​ສະ​ໜັບ​ສະ​ໜູນ​ແຜນ​ການ​ດຳ​ເນີນງານ​ການ​ເຕີບ​ໂຕ​ຂຽວ ຂອງ​ຫວຽດ​ນາມ. ອາ​ເມ​ລິ​ກາ​ ໃຫ້​ຄຳ​ໝັ້ນ​ສັນ​ຍາສະ​ໜັບ​ສະ​ໜູນ ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຕ້ານ​ຮັບ​ມື ແລະ ຫຼຸດ​ຜ່ອນ​ ບັນ​ດາ​ຜົນ​ເສຍ​ຫາຍ​ທີ່​ເກີດຈາກ​ ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ ຢູ່ ​ເຂດທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ ແລະ ເຂດທົ່ງ​ພຽງ​ແມ່​ນ້ຳ​ແດງ ຜ່ານ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ