ອາເມລິກາອາດຈະແກ່ຍາວການກຳນົດເວລາສຸດທ້າຍຕໍ່ເລື່ອງຂຶ້ນພາສີສຳລັບສິນຄ້າຈີນ

(VOVWORLD) -ໃນສະພາວະ ອາເມລິກາ ແລະ ຈີນ ກະກຽມເຊື່ອມຕໍ່ບັນດາການເຈລະຈາດ້ານການຄ້າຄືນໃຫມ່ໃນສັບປະດາຈະມາເຖິງ ຢູ່ ນະຄອນຫລວງວໍຊິງຕັນ, ວັນທີ 15 ກຸມພາ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ໃຫ້ຮູ້ວ່າ: 

ອາດຈະແກ່ຍາວການກຳນົດເວລາສຸດທ້າຍແມ່ນຮອດວັນທີ 1 ມີນາ ເພື່ອບັນລຸຂໍ້ຕົກລົງດ້ານການຄ້າກັບຈີນ ໃນຂະນະຍັງຄົງຮັກສາລະດັບພາສີຄືປະຈຸບັນ.

ທ່ານ ປະທານາທິບໍດີ ອາເມລິກາ Donald Trump ເນັ້ນຫນັກວ່າ ຍິ່ງກວ່າເວລາໃດໝົດ ອາເມລິກາ ພວມໃນຈຸດເວລາໃກ້ຈະບັນລຸຂໍ້ຕົກລົງດ້ານການຄ້າຢ່າງແທ້ຈິງກັບຈີນແລ້ວ ແຕ່ທ່ານຍັງຍອມຮັບວ່າ ບັນດາການເຈລະຈານີ້ອາດຈະສັບສົນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ