ອາເມລິກາແລະກູຍບາຈະດຳເນີນການເຈລະຈາກ່ຽວກັບສິດທິມະນຸດ

ອາເມລິກາແລະກູຍບາຈະດຳເນີນການເຈລະຈາກ່ຽວກັບສິດທິມະນຸດ - ảnh 1
(ພາບ​ປະ​ກອ​ບ​ຈາກ Reuters)

(vovworld) – ​ໃນ​ວັນ​ທີ 31/3 ທີ່ຈະ​ມາ​ເຖິງ, 2 ປະ​ເທດ ເອ​ເມ​ລິ​ກາ ​ແລະ ກູຍບາ ຈະ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດຢູ່​ ວໍ​ຊິງ​ຕັນ. ນີ້​ແມ່ນ​ຂໍ້ລິ​ເລີ່​ມຂອງ La Habana ​ແລະ ​ໄດ້ຮັບການ​ສະໜັບສະໜູນ​ຈາກ ວໍ​ຊິງ​ຕັນ. ​ທ່ານ Pedro Luis Pedroso, ຮອງ​ຫົວໜ້າ​ກົມພົວພັນຫຼາຍ​ຝ່າ​ຍ ແລະ ກົດໝາຍ​ສາກົນ ​ ​ສັງກັດ​​ກະ​ຊວງ​ການ​ຕ່າງປະ​ເທດ ກຸ​ຍບາ ປະກາດ​ວັນ​ທີ 26/3  ​ໂດຍໃຫ້ຮູ້​ວ່າ: La Habana ຫວັງຢາກ​ໃຫ້ການ​ເຈລະ​ຈາ​​ດຳ​ເນີນ​ໄປ​ໃນບັນຍາກາດສ້າງສັນ​ບົນ​ພື້ນຖານ 2 ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ, ບໍ່​​ຕັ້ງເງື່ອນ​ໄຂ ຫຼື ​ການຈຳ​ແນ​ກ​ການປະພຶດ, ​ເຄົາລົບ​ອະທິປະ​ໄຕ​​, ​ເອກະລາດ ​​ແລະ ຕາມ​ຫຼັກການ​ບໍ່​ແຊກ​ແຊງ​ເຂົ້າ​ພາຍ​ໃນຢ່າງ​ຄົບ​ຖ້ວນ. ນັກ​ການ​ທູດ​ທ່ານ​ນີ້​ກໍ່​ຢັ້ງຢືນວ່າ: ກູຍ​ບາ​ ຈະ​ເຕື້ອງ​ເຖິງ​ບັນດາ​ຄວາມ​ວິຕົກ​ກັງວົນ​ຂອງ​ຕົນ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຢູ່​ອາ​ເມ​ລິ​ກາ ​ແລະ ຢູ່​ບັນດາ​ປະ​ເທດ​ອື່ນ​ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ອາ​ເມ​ລິ​ກາ. ທ່ານ​ເນັ້ນ​ໜັກ​ວ່າ ການ​ເຈລະຈາ​ກ່ຽວ​ກັບ​ສິດທິ​ມະນຸດ ​ແມ່ນພະ​ຍານ​ຫຼັກ​ຖານ​ພິສູດ​​ໃຫ້​​ເຫັນວ່າ ກຸຍ​ບາ​ພ້ອມ​ແລ້ວ​ທີ່​ຈະ​ປຶກສາ​ຫາລື​ກັບ​ອາ​ເມ​ລິ​ກາ​ດ້ວຍ​ທຸກໆ​ຫົວ​ເລື່ອງ ​​​​​ໂດຍ​ບໍ່​ຫົວຊາ​ຕໍ່ເລື່ອງມີ “ຄວາມ​ແຕກ​ຕ່າງ​ກັນ ກ່ຽວ​ກັບລະບົບ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ທັດສະນະ​ກ່ຽວ​ກັບ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ກົດໝາຍ​ສາກົນ”.

ຂ່າວ/ບົດ​ອື່ນ