ຮັດແໜ້ນ, ເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ

(VOVWORLD) -“ການຢ້ຽມຢາມ ລາວ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊ່ວຍຮັດແໜ້ນ, ເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ”.

“ການຢ້ຽມຢາມ ລາວ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊ່ວຍຮັດແໜ້ນ, ເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ”. ນີ້ແມ່ນຄໍາຢືນຢັນຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ.ລາວ, ປະທານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ ເມື່ອສໍາພາດຕໍ່ນັກຂ່າວສໍານັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄປຢ້ຽມຢາມລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24 – 25 ກຸມພາ ຈະມາເຖິງ. ກ່ຽວກັບການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ ໃນປັດຈຸບັນ, ທ່ານ ສຸພັນ ແກ້ວມີໄຊ ຢ້ັງຢືນວ່າ ປະຊາຊົນສອງປະເທດ ລາວ - ຫວຽດນາມ ມີສາຍພົວພັນຮ່ວມມື, ມິດຕະພາບທີ່ມີມາແຕ່ດົນນານແລ້ວ.  ໃນປີຜ່ານມາ, ການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ ລາວ - ຫວຽດນາມ ໄດ້ຮັບການ ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ໜັກແໜ້ນ, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຮັດແໜ້ນ, ເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ - ảnh 1  ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: VGP)

        ສໍາລັບການຢ້ຽມຢາມ ລາວ ຢ່າງເປັນທາງການ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃນຄັ້ງນີ້, ຝ່າຍລາວ ຖືວ່າ ນີ້ເປັນເຫດການທີ່ມີຄວາມໝາຍສໍາຄັນພິເສດ. ໃນການຢ້ຽມຢາມຄັ້ງນີ້ ສອງຝ່າຍຈະໄດ້ລົງນາມໃນເອກະສານຫຼາຍສະບັບ ທີ່ມີຄວາມໝາຍສໍາຄັນກ່ຽວກັບການຮ່ວມມືສອງຝ່າຍ.

        ຕາມທ່ານ ສຸພັນ ແກ້ວມີໄຊ ແລ້ວ ໃນຊຸມປີຕໍ່ໜ້າ, ສອງຝ່າຍຄວນສຸມໃສ່ການສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ໂດຍສະເພາະແມ່ນປະຕິບັດຂໍ້ຕົກລົງກ່ຽວກັບຍຸດທະສາດການຮ່ວມມືທາງດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດເຕັກນິກ ລະຫວ່າງ ລາວ - ຫວຽດນາມ ໄລຍະ 2011 – 2020; ຂໍ້ຕົກລົງກ່ຽວກັບຍຸດທະສາດການຮ່ວມມືລະຫວ່າງ ລາວ - ຫວຽດນາມ ຮອດປີ 2020 ຢູ່ສອງແຂວງ ຫົວພັນ ແລະ ຊຽງຂວາງ. ສອງປະເທດ ກໍຄວນຕັ້ງໜ້າຈັດຕັ້ງປະຕິບັດ ສັນຍາຮ່ວມມືສອງຝ່າຍ ໄລຍະ 2016 – 2020 ແລະ ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືສອງຝ່າຍ ລະຫວ່າງ ລັດຖະບານ ລາວ - ຫວຽດນາມ ປີ 2019 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ