ຮັດແໜ້ນການພົວພັນມິດຕະພາບ, ຮ່ວມມື ລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ສະຫະພັນກຳມະບານໂລກ

ຮັດແໜ້ນການພົວພັນມິດຕະພາບ, ຮ່ວມມື ລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ສະຫະພັນກຳມະບານໂລກ - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າ​ວັນ​ທີ 26/09, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ດັ້ງ​ຫງອກ​ຕຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະພັນ​ກຳ​ມະບານ​ໂລກ (WFTU) ​ໂດຍ​ທ່ານ​ເລຂາ WFTU George Mavinrakos ​ເປັນ​ຫົວ​ໜ້າ​ຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ ດັ້ງ​ຫງອກ​ຕຸ່ງ ຕີ​ລາຄາ​ສູງ​ຄວາມສາມັກຄີ ​ແລະ ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງສະຫະພັນ​ກຳ​ມະບານ​ໂລກ ທີ່​ມີ​ຕໍ່​ອົງການ​ຈັດ​ຕັ້ງ​ກຳມະບານ​ຫວຽດນາມ. ທ່ານ​ປະທານ ດັ້ງ​ຫງອກ​ຕຸ່ງ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ມິດຕະພາບ, ການຮ່ວມ​ມື​ລະຫວ່າງສະຫະພັນ​ກຳ​ມະບານ​ໂລກ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ຈະ​ນັບ​ມື້​ນັບ​ພັດທະນາ ​ແລະ ​ເຂົ້າ​ສູ່​ລວງ​ເລິກ ຜ່ານ​ການ​ແບ່​ງປັນ​ຂໍ້​ມູນ​ຂ່າວ, ສະໜັບສະໜູ​ນ​ເຊິ່ງກັນ ​ແລະ ກັນບົນ​ເວທີ​ປາ​ໄສ​ສາກົນ.

        ທ່ານ​ເລຂາ WFTU George Mavinrakos ຢືນຢັນ​ວ່າ, ພ້​ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​​ອົງການ​ຈັດ​ຕັ້ງ​ກຳມະບານ​ຫວຽດນາມ ​ໃນ​ທຸກ​ດ້ານ​ກວ່າ​ອີກ ​ແລ​ະ ກຳມະບານ​ສະມາຊິກ​ຂຶ້ນ​ກັບ WFTU; ​ເຊື່ອ​ໝັ້ນ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າງ​ອົງການ​ກຳມະບານ ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່.

ຂ່າວ/ບົດ​ອື່ນ