ຮັດແໜ້ນການພົວພັນຮ່ວມມືລະຫວ່າງ ພັກ, ລັດຖະບານ ແລະ ສະພາແຫ່ງຊາດສອງປະເທດ ຫວຽດນາມ, ລາວ

(VOVWORLD) -ການພົວພັນລະຫວ່າງສອງປະເທດໃນຊ່ວງເວລາມໍ່ໆມານີ້ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.

        ຕອນບ່າຍວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຄັ້ງນີ້ ໄດ້ປະກອບສ່ວນຢັ້ງຢືນສາຍພົວພັນອັນສະໜິດແໜ້ນ, ການຮ່ວມມືແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ແລະ ມີຄວາມໝາຍສໍາຄັນ, ຮັດແໜ້ນການພົວພັນຮ່ວມມືລະຫວ່າງພັກ, ລັດ ແລະ ສະພາແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ການພົວພັນລະຫວ່າງສອງປະເທດໃນຊ່ວງເວລາມໍ່ໆມານີ້ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.

ຮັດແໜ້ນການພົວພັນຮ່ວມມືລະຫວ່າງ ພັກ, ລັດຖະບານ ແລະ ສະພາແຫ່ງຊາດສອງປະເທດ ຫວຽດນາມ, ລາວ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ (ພາບ:TTXVN)

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີຄວາມປິຕິຊົມຊື່ນ ເມື່ອຮັບຊາບວ່າທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ້ຕູ້ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີີການໂອ້ລົມສົນທະນາກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງສະພາແຫ່ງຊາດ. ໂດຍປະຕິບັດແຜນນະໂຍບາຍຂອງກົມການເມືອງສອງປະເທດ, ລັດຖະບານສອງປະເທດ ໄດ້ມີການຮ່ວມມືອັນດີງາມ ແລະ ມີປະສິດທິຜົນ.

        ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຕີລາຄາສູງຜົນສໍາເລັດຂອງການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ທີ່ຜ່ານມາ; ອັນໄດ້ສະແດງໃຫ້ເຫັນມູນເຊື້ອການຮ່ວມມືອັນສະໜິດຕິດພັນ ລະຫວ່າງສອງພັກ, ສອງລັດ, ນໍາການພົວພັນລະຫວ່າງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.  ທ່ານນາງປະທານສະພາແຫ່ງຊາດລາວ ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ເປັນປະເທດເຈົ້າພາບ,ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢ່າງສໍາເລັດຜົນ, ປະຕິບັດໜ້າທີ່ສໍາຄັນຂອງຫວຽດນາມ ໃນການສ້າງສາ ແລະ ປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຂອງໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ