ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ

(VOVWORLD) - ຕອນບ່າຍວັນທີ 13 ເມສາ, ມະຫາວິທະຍາໄລ ໄຕບັກ (ຕາເວັນຕົກສ່ຽງເໜືອ) ໄດ້ຈັດຕັ້ງບຸນປີໃໝ່ລາວ ໃຫ້ບັນດານັກສຶກສາລາວ ພວມຮ່ຳຮຽນຢູ່ແຂວງ ເຊີນລາ ນັບຮ້ອຍໆຄົນ. 
ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ - ảnh 1 ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ (ພາບ: TTXVN)

ບຸນປີໃໝ່ລາວ ດຳເນີນແຕ່ວັນທີ 13 – 16 ເມສາ ປະຈຳປີ, ນີ້ແມ່ນຮີດຄອງປະເພນີວັດທະນະທຳດົນນານຂອງປະຊາຊົນລາວ. ລາຍການບຸນປີໃໝ່ໃນປີນີ້ ລວມມີ 2 ພາກ ແມ່ນການພົວພັນແລກປ່ຽນວັດທະນະທຳ ລາວ - ຫວຽດນາມ ແລະ ພິທີກຳຂອງບຸນປີໃໝ່ປະຈຳຊາດລາວ. ທີ່ການພົວພັນແລກປ່ຽນ, ນັກສຶກສາລາວ ໄດ້ຮັບບັນດາຄຳອວຍພອນອັນດີງາມທີ່ສຸດຈາກໂຮງຮຽນ, ບັນດາຄູອາຈານ, ໝູ່ເພື່ອນ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດານັກສຶກສາລາວ ຫວນຄືນຮີດຄອງປະເພນີອັນດີງາມ, ມີຄວາມໝາຍຂອງບຸນປີໃໝ່ປະຈຳຊາດລາວ ແລະ ພ້ອມກັບບັນດາຄູອາຈານ, ເພື່ອນມິດ ຫວຽດນາມ ເຊື່ອມຕົວເຂົ້າບັນດາລາຍການແລກປ່ຽນສິລະປະ, ຟ້ອນລຳທຳເພງ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງ 2 ປະເທດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ