ຮັບປະກັນບັນດາເງື່ອນໄຂຮັບນັກຮຽນເຂົ້າສົກຮຽນໃໝ່ໃຫ້ເປັນຢ່າງດີ

(VOVWORLD) -ເປັນຄັ້ງທຳອິດລາຍການມອບທຶນການສຶກສາ ກອງທຶນ “ແກ່ນສານຫວຽດ” ຂອງໜັງສືພິມ ເຍີນເຢີນ (ປະຊາຊົນ) ທີ່ມອບໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງໃນສົກຮຽນ 2017 – 2018 ໂດຍທະນາຄານການຄ້າຫຸ້ນສ່ວນໄປສະນີ ລຽນຫວຽດ ອຸປະຖຳ, ຈະໄດ້ຮັບການຈັດຕັ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

ຮັບປະກັນບັນດາເງື່ອນໄຂຮັບນັກຮຽນເຂົ້າສົກຮຽນໃໝ່ໃຫ້ເປັນຢ່າງດີ - ảnh 1ກອງທຶນ Cargill Cares ມອບໂຮງຮຽນຫຼັງໃໝ່ໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນບ້ານ

(ພາບ: baomoi)

ຕາມແຜນການ, ລາຍການຈະດຳເນີນໃນຕອນຄ່ຳວັນທີ 18 ສິງຫາ, ຢູ່ມະຫາວິທະຍາໄລ ເກິນເທີ. ຄະນະຈັດຕັ້ງຈະມອບການທຶນສຶກສາ 1.300 ທຶນ ໃຫ້ນັກຮຽນສາມັນທັງ 3 ຊັ້ນຂອງ 13 ແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ແຕ່ລະທ້ອງຖິ່ນຈະມີນັກຮຽນ 100 ຄົນ ໄດ້ຮັບທຶນ.

        ເພື່ອກະກຽມໃຫ້ສົກຮຽນໃໝ່ 2018 – 2019, ຢູ່ບ້ານ ຮໍແລ, ຕາແສງ ຮຸກ, ເມືອງ ເຮືອງຮວາ, ແຂວງກວາງຈິ້, ກອງທຶນ Cargill Cares ປະຈຳຫວຽດນາມ, ຂຶ້ນກັບກຸ່ມບໍລິສັດ Cargill ຫາກໍ່ຈັດພິທີເປີດສະຫຼອງ ແລະ ມອບໂຮງຮຽນຫຼັງໃໝ່ໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນບ້ານ. ນີ້ແມ່ນໂຮງຮຽນປະຖົມສຳລັບເດັກໃນເກນອາຍຸແຕ່ຫ້ອງປໍ 1 ຫາປໍ 5 ຢູ່ບ້ານ ຮໍແລ ແລະ ບັນດາບ້ານອ້ອມຂ້າງ

        ກ່ອນທີ່ເຂົ້າສົກຮຽນໃໝ່ 2018, ຂະແໜງສຶກສາແຂວງ ຊອກຈັງ ໄດ້ ແລະ ພວມສຸມໃສ່ປະຕິບັດສຳເລັດທາງດ້ານພື້ນຖານວັດຖຸ, ກໍ່ສ້າງໃໝ່, ສ້ອມແປງຫ້ອງຮຽນ… ເພື່ອໃຫ້ພວກນ້ອງນັກຮຽນມີເງື່ອນໄຂຮ່ຳຮຽນເປັນຢ່າງດີທີ່ສຸດ, ໃນນັ້ນເອົາໃຈໃສ່ເຖິງພື້ນຖານດ້ານວັດຖຸໃຫ້ບັນດາໂຮງຮຽນມັດທະຍົມກິນນອນ, ໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາວເຜົ່າຂະແມ.

ຕອບກັບ

ຂ່າວ/ບົດ​ອື່ນ