ຮັບປະກັນສິດມີເຮືອນຢູ່, ສິດດຳເນີນທຸລະກິດອະສັງຫະລິມະຊັບຂອງປະຊາຊົນ

ຮັບປະກັນສິດມີເຮືອນຢູ່, ສິດດຳເນີນທຸລະກິດອະສັງຫະລິມະຊັບຂອງປະຊາຊົນ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ)

(vovworld) – ​ໃນ​ວາລະ​ປະຊຸມ​ຕອນ​ບ່າຍ​ວັນ​ທີ 25/11, ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ)​ໄດ້​ລົງມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ (ສະບັບ​ປັບປຸງ).

ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ) ລວມມີ 13 ພາກ, ດ້ວຍ 183 ມາດຕາ​ທີ່​ກຳນົດ​ກ່ຽວ​ກັບ​ກຳມະສິດ, ການ​ພັດທະນາ, ການ​ຄຸ້ມ​ຄອງ, ການ​ນຳ​ໃຊ້​ເຮືອນ​ຢູ່; ການ​ທຸລະ​ກຳ​ກ່ຽວ​ກັບ​ເຮືອນ​ຢູ່; ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ເຮືອນ​ຢູ່ ຂອງຫວຽດ ນາມ.

ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ (ສະບັບ​ປັບປຸງ) ລວມມີ 6 ພາກ, ດ້ວຍ 82 ມາດຕາ​, ​ເຊິ່ງ​ໄດ້​ປັບປຸງ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ, ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ, ຄົບ​ຊຸດ, ຫຼື​ກ​ເວັ້ນສະພາບກ່າຍກອງ​​ກັນ​ລະຫວ່າງ​ກົດໝາຍດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ ​ກັບ​ບັນດາ​ກົດໝາຍ​ອື່ນ​ທີ່​ກ່ຽວຂ້ອງ.

​ເມື່ອ​ແລກປ່ຽນ​ກັບ​ວົງ​ການ​ສື່​ມວນ​ຊົນ​ກ່ຽວ​ກັບ ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ທຸລະ​ກິດອະສັງຫະລິມະ​ຊັບ (ສະບັບ​ປັບປຸງ), ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ, ​ໃຫ້​ຮູ້​ວ່າ:

ບັນດາ​ກົດໝາຍ​ນີ້​ຕອບ​ສະໜອງ​ຫຼັກການ​ສຳຄັນ​ນັ້ນ​ແມ່ນ​ພັດທະນາ​ອະສັງ​ຫະລິ​ມະ​ຊັບ ​ແລະ ​ເຮືອນ​ຢູ່​ຕ້ອງ​ປະຕິບັດ​ຕາມ​ແຜນ​ກຳນົດ, ມີ​ແຜນການ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ​ລັດ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ; ຮັບປະກັນ​ໃຫ້​ຕະຫຼາດ​ພັດທະນາ​ຢ່າງ​ປອດ​ໃສ. ສ່ວນກ​ົດໝາຍວ່າ​ດ້ວຍ​ເຮືອນ​ຢູ່ບໍ່​ພຽງ​ແຕ່​ພັດທະນາ​ເຮືອນ​ຢູ່​ການ​ຄ້າ​ເທົ່າ​ນັ້ນ​ ຫາກ​ຍັງ​ຕ້ອງ​ພັດທະນາ​ເຮືອນ​ຢູ່​ສັງຄົມ ​ໂດຍ​ມີ​ການ​ໜູນ​ຊ່ວຍ​ຂອງ​ລັດ. ກົດໝາຍ​ທັງ​ສອງ​ນີ້​ໄດ້​ຮັບ​ການ​ຮັບຮອງ​ເອົາ ຈະ​ແມ່ນ​ເຄື່ອງມື, ​ແມ່ນ​ພື້ນຖານ​ນິຕິ​ກຳ, ສ້າງ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ​ທັງ​ດ້ານ​ເສດຖະກິດ - ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ

​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ)

ຂ່າວ/ບົດ​ອື່ນ