ຮູບເງົາ ຫວຽດນາມ ສ້າງຂີດໝາຍຢູ່ງານມະໂຫລານຮູບເງົາສາກົນ Cannes

(VOVWORLD) - ຮູບເງົາ ຫວຽດນາມ ໄດ້ສ້າງຂີດໝາຍສຳຄັນໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ເມື່ອເປັນຄັ້ງທຳອິດ ເຂົ້າຮ່ວມງານມະໂຫລານຮູບເງົາສາກົນ Cannes ຄັ້ງທີ 70 ເຊິ່ງແມ່ນໜຶ່ງໃນບັນດາງານມະໂຫລານຮູບເງົາແຖວໜ້າໂລກຢ່າງເປັນທາງການ
ຮູບເງົາ ຫວຽດນາມ ສ້າງຂີດໝາຍຢູ່ງານມະໂຫລານຮູບເງົາສາກົນ Cannes - ảnh 1 (ພາບປະກອບ)

ດ້ວຍຫົວຂໍ້ວ່າ “ຫວຽດນາມ ສະຖານທີ່ຖ່າຍທຳໃໝ່ ໃຫ້ບັນດາຮູບເງົາທີ່ມີຊື່ສຽງ” ຢູ່ງານຕະຫລາດນັດຮູບເງົາ Cannes, ຮ້ານວາງສະແດງ ຫວຽດນາມ ໄດ້ແນະນຳບັນດາຮູບເງົາໃໝ່, ຮູບເງົາໄດ້ຮັບການຕີລາຄາສູງຢູ່ພາຍໃນ ແລະ ຕ່າງປະເທດໃນໄລຍະຜ່ານມາຂອງຂະແໜງຮູບເງົາ ຫວຽດນາມ. ຮ້ານວາງສະແດງ ຫວຽດນາມ ຍັງແນະນຳບັນດາເທບ, CD ໂຄສະນາສະຖານທີ່ຖ່າຍທຳຮູບເງົາ ທັງແມ່ນສະຖານທີ່ທ່ອງທ່ຽວລືຊື່ຄື: ເຂດທັດສະນີຍະພາບ ຈ່າງອານ, ອ່າວຮ້າລອງ, ຖ້ຳ ເຊີນດ່ອງ, ຊາປາ, ມູຍແນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້…ນີ້ແມ່ນບັນດາຮູບພາບທີ່ສວຍງາມ, ສ້າງຄວາມດູດດຶ່ມກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

        ງານມະໂຫລານຮູບເງົາສາກົນ Cannes ຄັ້ງທີ 70 ດຳເນີນແຕ່ວັນທີ 17 – 25 ພຶດສະພາ ຢູ່ ຝະລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ