ຮັບ“ໃບຢັ້ງຢືນມໍ ລະດົກເອກະສານ ເຈົາບານສະໄໝ ລາຊະວົງຫງວຽນ“


ຮັບ“ໃບຢັ້ງຢືນມໍ ລະດົກເອກະສານ ເຈົາບານສະໄໝ ລາຊະວົງຫງວຽນ“ - ảnh 1

(ພາບ: Thanh Tùng-TTXVN)

(vovworld)- ພິທີ​ຮັບ “​ໃບຢັ້ງຢືນ​ມໍລະດົກ​ເອກະສານ​ເຈົາບານ​ສະ​ໄໝ​ລາຊະວົງ​ຫງວຽນ“ ຖືກຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 30/7 ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ Katherine Muller Marin ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ​ອູ​ແນ​ສ​ໂກ ປະຈຳ​ຮ່າ​ໂນ້ຍ ​ໄດ້​ມອບ “​ໃບຢັ້ງຢືນ​ມໍລະດົກ​ເອກະສານ​ເຈົາບານ​ສະ​ໄໝ​ລາຊະວົງ​ຫງວຽນ“ ​ໃຫ້​ແກ່​ທ່ານ​ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ຫວຽດນາມ ຫງວຽນ​ທາຍ​ບິ່ງ.

   ເຈົາບານ​ສະ​ໄໝ​ລາຊະວົງ​ຫງວຽນ (ໝາຍ​ເຖິງ​ສາງ​ເອກະສານ​ໃນ​ສະ​ໄໝ​ລາດ​ຊະ​ວົງຫງວຽນຂອງຫວຽດນາມ) ​ໄດ້​ຖືກ​ນຳ​ເຂົ້າບັນຊີ​ລາຍຊື່​ມໍລະດົກ​ເອກະສານ ຂຶ້ນ​ກັບ​ໂຄງການ​ຄວາມ​ຊົງ​ຈຳ​ໂລກ ພາກ​ພື້ນ​ອາຊີ-​ປາຊີ​ຟິກ ຍ້ອນ​ມີ​ບັນດາ​ຄຸນຄ່າ​ພົ້ນ​ເດັ່ນ​ຄື: ​ເນື້ອ​ໃນ​ອຸດົມສົມ​ບຸນ, ຮູບ​ການ​ເປັນ​ເອກະລັກ​ສະ​ເພາະ. ມີລັກສະນະ​ເປັນ​ອັນ​ດຽວ, ບໍ່​ສາມາດ​ແທ​ນໄດ້ ​ແລະ ມີ​ຜົນ​ສະທ້ອນ​​ໃຫ່ຍຫຼວງໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ…​ພິ​ເສດ ຫຼາຍ​ເອກະ​ສານ​ຂອງ ເຈົາບານ​ສະ​ໄໝ​ລາຊະວົງ​ຫງວຽນ ​ໄດ້​ຢັ້ງຢືນ​ອະທິປະ​ໄຕ​ແຫ່ງ​ຊາດ​ໃນ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດ​ນາມ​ຢ່າງ​ແຮງ. ສາດສະດາຈານ​ຟານ​ຮຸຍ​ເລ ປະທານ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ຫວຽ​ດນາມ ​ໃຫ້​ຮູ້​ວ່າ:

  “​ໃນ​ເອກະສານ​ເຈົາບານ​​ໄດ້ຢັ້ງຢືນ​ຢ່າງ​ຈະ​ແຈ້ງວ່າ: ​ເຂດ​ ຮ່ວາງ​ຊາ​ລວມມີ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​​ແມ່ນ​ເຂດ​ຊາຍ​ແດນ​ບົນ​ທະ​ເລ​ຂອງ​ຫວຽດນາມ, ມີ​ທີ່​ຕັ້ງສຳຄັນ​ທີ່​ສຸດ, ນີ້​ແມ່ນ​ເຂດ​ໝູ່ເກາະ​ທຸລະກັນດານ​ທີ່​ສຸດ. ທີ 2 ​ແມ່ນ​ສະ​ໄໝ​ລາຊະວົງ​ຫງວຽນ​ໄດ້​ຍົກສູງ​ການ​ຄວບ​ຄຸມ​ຮ່ວາງ​ຊາ, ​ເຈື່ອງ​ຊາ, ໝາຍ​ຄວາມ​ວ່າ, ບໍ່​ແມ່ນ​ມອບ​ໃຫ້​ທ້ອງ​ຖິ່ນ​ຄວບ​ຄຸມ ຫາກ​ແມ່ນ​ພະ​ລາຊະ​ວັງ​ຈັດຕັ້ງ, ຄວບ​ຄຸມ​ໂດຍ​ກົງພາຍ​ໃຕ້​ການ​ຊີ້​ນຳ ​ແລະ ​ຮັບຮອງ​ສຸດ​ທ້າຍ​ຂອງ​ບັນດາ​ອົງ​ກະສັດ​ສະ​ໄໝ​ລາຊະວົງ​ຫງວຽນ“./.

ຂ່າວ/ບົດ​ອື່ນ