ຮ່ວມມືພັດທະນາລະຫວ່າງທ້ອງຖິ່ນຕ່າງໆຂອງ3ປະເທດຫວຽດນາມ,ລາວ,ໄທ

ຮ່ວມມືພັດທະນາລະຫວ່າງທ້ອງຖິ່ນຕ່າງໆຂອງ3ປະເທດຫວຽດນາມ,ລາວ,ໄທ - ảnh 1
ກອງ​ປະຊຸມ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ ຂອງ 3 ປະ​ເທດ ຫວຽດນາມ - ລາວ - ​ໄທ
(ພາບ: Dương Giang/TTXVN)

(vovworld) – ​ ​ ​ກອງ​ປະຊຸມ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ ຂອງ 3 ປະ​ເທດ ຫວຽດນາມ - ລາວ - ​ໄທ ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2/4 ຢູ່ແຂວງ​ ກອນຕຸ​ມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານຮອງ​ຫົວໜ້າ​ຫ້ອງການ​ ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຕະກຸ໋ຍ ​ໄດ້​ສະ​ເໜີ​ໃຫ້ບັນດາ​ແຂວງ​ຂອງ ຫວຽດນາມ - ລາວ - ​ໄທ, ຄວນ​ມີ​ກົນ​ໄກ, ນະ​ໂຍບາຍ​ດີ​ທີ່​ສຸດສຳລັບ​ບັນດາ​ນັກ​ລົງທຶນ, ​ແຂກ​ທ່ອງ​ທ່ຽວ​ມີ​ເງື່ອນ​ໄຂ​ຮ່ວມ​ມື​ລົງທຶນ ​ແລະ ຮ່ວມ​ມື​ດ້ານ​ການທ່ອງທ່ຽວ; ລົງທຶນ​ພື້ນຖານ​ຄົມມະນາຄົມ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ເຂດ​ແຄ້ວນ; ​ເອົາ​ໃຈ​ໃສ່​​ເຖິງ​ວຽກ​ວງານໂຄສະນາ​ເຜີຍ​ແຜ່​ສົ່ງ​ເສີມ​ການ​ລົງທຶນ. ກອງ​ປະຊຸມ​ກໍ່​ບັນລຸ​ໄດ້​ “ຖະ​ແຫຼ​ງການ​ຮ່ວມ​ ກອນ​ຕຸ​ມ” ​ໂດຍສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ, ຢັ້ງຢືນ​ຈະ​ມານະ​ພະຍາຍາມ​​ໃນ​ການກະທຳ, ຕອບ​ສະໜອງ​ຂໍ້​ລິ​ເລີ່​ມຂອງ​ແຂວງ ກອນ​ຕຸ​ມ ຜ່ານ​ການ​​ເຂົ້າ​ຮ່ວມ ​ແລະ ຊຸກຍູ້ “ການຮ່ວມ​ມືພັດທະນາ​ລະຫວ່າງ​ບັນດາ​ແຂວງ​ຂອງ 3 ປະ​ເທດ ຫວຽດນາມ - ລາວ - ​ໄທ” ກ້າວເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນຮັກສາ​ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 3 ປະ​ເທດ​ຊາດ​ອຸດົມສົມບູນຂຶ້ນ​ຕື່ມ. ບັນດາ​ແຂວງ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ເຂົ້າ​ຮ່ວມ​ໃນ​ການ​ພົວພັນ​ຮ່ວມ​ມືຢ່າງ​ແຮງ ​ແລະ ​ເລິກ​ເຊິ່ງກວ່າ​ອີກ​ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່ປະຊາຄົມ​ວິ​ສາ​ຫະກິດ​ຜັນ​ຂະຫຍາຍ​ການ​ເຊື່ອມຕໍ່ພັດທະນາ​ການທ່ອງ​ທ່ຽວ, ການຮ່ວມ​ມືດ້ານ​ການ​ຄ້າ, ການລົງທຶນ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ແມ່ນ​ບັນດາ​​ບຸລິມະສິດ​ທີ່ຈະ​ໄດ້ຮັບ​ການ​ປະຕິບັດ​ໃນ​ຈະ​ມາ​ເຖິງ; ສືບ​ຕໍ່​ຄົ້ນຄວ້າ, ​ເປີດ​ກ້ວາງສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມືຜ່ານ​ການ​​ເຊື້ອເຊີນ​ບັນດາທ້ອງ​ຖິ່ນ​​ເຂົ້າ​ຮ່ວມ​, ນັບ​ທັງ​ປະ​ເທດ​ທີ 4 ກໍ່ຄື​​​​ເຊື້ອເຊີນ​ບັນດາອົງການ​ບັນຍັດ, ​ອົງການ​ການ​ເງິນ​ເຂົ້າ​ຮ່ວມ.


ຂ່າວ/ບົດ​ອື່ນ