ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດເໝາະສົມກັບຄວາມຕ້ອງການພັດທະນາ

(VOVWORLD) - ການໂອ້ລົມສົນທະນາຂັ້ນສຸດຍອດ APEC 2017 ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະຫຼາດ ດີຈີຕອນ ຈັດຕັ້ງໃນຕອນເຊົ້າວັນທີ 15 ພຶດສະພາຢູ່ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ APEC ແລະ ບັນດາຜູ້ຕາງໜ້າຂັ້ນສູງຮັບຜິດຊອບ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຜູ້ຕາງໜ້າວິສາຫະກິດ ແລະ ຄົນງານຂອງ 21 ພື້ນຖານເສດຖະກິດສະມາຊິກ APEC.
ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດເໝາະສົມກັບຄວາມຕ້ອງການພັດທະນາ - ảnh 1 ພາບປະກອບ

   ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເນັ້ນໜັກວ່າ: ແຫຼ່ງຊັບພະຍາກອນມະນຸດຢູ່ບໍ່ວ່າໄລຍະເວລາໃດກໍ່ແມ່ນປັດໄຈແກ່ນກາງ, ແມ່ນກຳລັງໜູນແກ່ການພັດທະນາ. ສິ່ງດັ່ງກ່າວ ໄດ້ສະແດງຄວາມສຳຄັນ, ຄວາມໝາຍຂອງການໂອ້ລົມສົນທະນາດ້ວຍຫົວຂໍ້ “ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະຫລາດ ດີຈີຕອນ”. ຢູ່ ຫວຽດນາມ, ແຕ່ຫຼາຍປີມານີ້, ເຕັກໂນໂລຢີຂໍ້ມູນຂ່າວສານຊ່ວຍໃຫ້ຕະຫຼາດຄົນງານໄດ້ຈັດຕັ້ງ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະຢັດເວລາເຊື່ອມຕໍ່ວຽກເຮັດງານທຳ.

ຕອບກັບ

ຂ່າວ/ບົດ​ອື່ນ