ຮ່ວ​ມ​ມື​ໃນ​ການ​ເບິ່ງ​ແຍງ​ດູ​ແລ,​ປົກ​ປ້ອງ​ສິດທິ​ເດັກ​

ຮ່ວ​ມ​ມື​ໃນ​ການ​ເບິ່ງ​ແຍງ​ດູ​ແລ,​ປົກ​ປ້ອງ​ສິດທິ​ເດັກ​ - ảnh 1
ທ່ານ ຟານ​ແທງ​ບິ່ງ​ຕ້ອ​ນ​ຮັບ ທ່ານນາງ Krain Hulshof
(ພາບ: daibieunhandan.vn)

(vovworld)- ​ວັນ​ທີ 30/8, ທີ່​ການ​ຕ້ອ​ນ​ຮັບ ທ່ານນາງ Krain Hulshof​ ຜູ້​ອຳ​ນວຍ​ການກອງ​ທຶນ​ອາະນຸ​ຊົນ​ ສະ​ຫະ​ປະ​ຊາ​ຊາດ (UNICEF) ເຂດ​ອາ​ຊີ​ຕາ​ເວັນ​ອອກ-ປາ​ຊີ​ຟິກ, ທ່ານ ຟານ​ແທງ​ບິ່ງ, ຫົວ​ໜ້າ​​ກຳ​​ມາ​ທິ​​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ຊາວ​ໜຸ່ນ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໃຫ້​ຮູ້​ວ່າ: ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ​ຄັ້ງ​ທີ 11, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13 ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ. ນີ້​ແມ່ນ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ ເພື່ອໃຫ້​ຫວຽດ​ນາມ ​ສືບ​ຕໍ່ປົກ​ປ້ອງ​ສິດ​ທິ​ເດັກ​, ຮັບ​ປະ​ກັນ​ໃຫ້​ການ​ພັດ​ທະ​ນາ​ຂອງ​ເດັດ​ນ້ອຍ. ຫົວ​ໜ້າກຳ​ມາທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ຊາວ​ໜຸ່ນ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ ປາດ​ຖະ​ໜາ​ວ່າ: ຫວຽດ​ນາມ ແລະ UNICEF ຈະ​ສືບ​ຕໍ່ພ້ອມ​ກັນ​ຮ່ວມ​ມື ເພື່ອ​ໜູນ​ຊ່ວຍ, ​ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເດັກ​ນ້ອຍ ໃຫ້​ຖືກ​ຕາມເນື້ອ​ໃນ​ຈິດ​ໃຈ​ ຂອງ​ກົດ​ໝາຍວ​່າ​ດ້ວຍ​ເດັກ​ນ້ອຍ ແລະ ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ສິດ​ທິ​ເດັກ.

        ສ່ວນ ທ່ານ​ Krain Hulshof ຜູ້​ອຳ​ນວຍ​ການ UNICEF ເຂດ​ອາ​ຊີຕາ​ເວັນ​ອອກ-ປ​າ​ຊີ​ຟິກ ເນັ້ນ​ໜັກ​ວ່າ: UNICEF ປາດ​ຖະ​ໜາ​ຈະ​ໄດ້​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ ​ພ້ອມກັບ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເບິ່ງ​ແຍງ​ດູ​ແລ, ​ປົກ​ປ້ອງ​ສິດ​​ທິ​ເດັກ​, ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ໃຫ້ເດັກ​ນ້ອຍ ກ່ຽວ​ກັບ​​ດ້ານຮ່າງ​ກາຍ, ສະ​ຕິ​ປັນ​ຍາ, ຈິດ​ໃຈ, ຄຸນ​ສົມ​ບັດ ແລະ ການ​ພົວ​ພັນ​​ໃນ​ສັງ​ຄົມ.

ຂ່າວ/ບົດ​ອື່ນ