ຮ່ວມແຮງຮ່ວມໃຈ ເພື່ອສຸຂະພາບຂອງ ແມ່ຍິງຫວຽດນາມ


ຮ່ວມແຮງຮ່ວມໃຈ ເພື່ອສຸຂະພາບຂອງ ແມ່ຍິງຫວຽດນາມ - ảnh 1

(ພາບ: baodientu.chinhphu.vn)

(vovworld) –​ ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງແມ່ຍິງຫວຽດນາມ“ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ແມ່ຍິງ​ຫວຽດນາມ ຄື​ວັນ​ທີ 20/10 ຊື່​ງຈັດ​ຂຶ້ນ​ໃນ​ຕອນ​ຄ່ຳວັນ​ທີ 20/10, ທ່ານ​ນາງ​ຫງວນທິກີ​ມຕຽນ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໃຫ້​ຮູ້​ວ່າ: ລາຍການ​ເພື່ອ​ແນ​ໃສ່​ຮຽກຮ້ອງ, ​ເຊີດ​ຊູ​ບັນດາ​ວິ​ສາ​ຫະກິດ, ຜູ້​ມີ​ໃຈ​ບູນ​ໃຈ​ກຸສົນ, ບັນດາ​ອົງການ​ຈັດຕັ້ງສັງຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ແມ່ຍິງ​ທຸກ​ຍາກ​ຊື້​ບັດ​ປະກັນ​ສຸຂະ ພາບ ​ແລະ ປິ່ນປົວ​ບັນດາ​ພະຍາດ​ອັນຕະລາຍ. ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວນທິກີ​ມຕຽນ ​ເນັ້ນໜັກ​ວ່າ:

  “ກະຊວງສາທາລະນະສຸກຍົກອອກຂໍ້ລິເລີ່ຮ່ວມແຮງຮ່ວມໃຈຊື້ບັດປະກັນສຸຂະ ພາບໃຫ້ແກ່ຜູ້ທຸກຍາກ, ກ່ອນອື່ນໝົດແມ່ນໃຫ້ບຸລິມະສິດແກ່ແມ່ຍິງ“ ​ແລະ ສວມບົດບາດແມ່ນຫົວໜ່ວຍ​​ເປັນກາງເຊື່ອມຕໍ່ບັນດາຜູ້ມີໃຈບູນໃຈກຸສົນກັບການເຄື່ອນໄຫວກຸສົນ; ພ້ອມທັງຮຽກຮ້ອງການປະກອບສ່ວນເຂົ້າໃນກອງທຶນເພື່ອອະນາຄົດອັນສົດໃສເພື່ອຊ່ວຍເຫຼືອບັນດາຜູ້ທຸກຍາກເປັນໂລກມະເລັງ​. ພວກຂ້າພະເຈົ້າເຊື່ອໝັ້ນ ວ່າ, ບັນດາອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຈັດຕັ້ງ ສັງຄົມຈະຕອບສະໜອງດ້ວຍຄວາມສຸດຈິດສຸດໃຈ, ລະດົມການສະໜັບສະໜູນໄດ້ຫຼາຍກ່ວາອີກໃຫ້ແກ່ເສັ້ນທາງມຸ່ງໄປເຖິງການປະກັນສຸຂະພາບທົ່ວປວງຊົນເພື່ອສຸຂະພາບຂອງຊາວຫວຽດນາມ“./.

ຂ່າວ/ບົດ​ອື່ນ