ຮ່ວມແຮງຮ່ວມໃຈສ້າງສາປະເທດຫວຽດນາມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ

ຮ່ວມແຮງຮ່ວມໃຈສ້າງສາປະເທດຫວຽດນາມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ - ảnh 1
(ທ່ານປະ​ທານ​ປະ​ເທດ​ເຈີ​ນ​ດ້າຍກວາງ ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ “ລະ​ດູ​ບານ​ໃໝ່ແຫ່ງ​ບ້ານ​ເກີດ​ເມືອງນອນ 2017” ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 20/01, ຢູ່​ນະ​ຄອນ​ໂຮ່​ຈ​ິ​ມິນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ, ສຳ​ລັບ​ປະ​ເທດ​ຊາດ ແລະ ຊາດ​ຫວຽດ​ນາມ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ອ​າດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຫວຽດ​ນາມ ໄດ້. ທ່ານ​ປະ​ທານ​ປະ​ເທດ​ຖື​ວ່າ, ໃນ​ຜົນ​ງານ​ລວມ​ຂອງ​ປະ​ເທດ​ຊາດ ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ນັບ​ທັງ​ທາງ​ດ້ານ​ວັດ​ຖຸ​ ແລະ ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ເນັ້ນ​ໜັກ​ເຖິງ​ທ່າ​ອ່ຽງ​ກ່ຽວ​ກັບ​ປະ​ເທດ​ຊ​າດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຮງ​ໃນ​ບັນ​ດາ​ຂົງ​ເຂດ ຈາກວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ​ບຳ​ລຸງ​ສ້າງ, ການ​ລົງ​ທຶນ - ດຳ​ເນີນ​ທຸ​ລະ​ກິດ, ຕະ​ຫຼ​ອດ​ຮອດ​ວັດ​ທະ​ນະ​ທຳ - ສັງ​ຄົມ.

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ​ມີ​ຄວາມສາ​ມັກ​ຄີ​ກັນ, ອ​ຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັ​ນ, ດູໝັ່ນຂະຫຍັນພຽນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພັດ​ທະ​ນາ​ຢ່າງບໍ່​ຢຸດ​ຢັ້ງ ແລະ ບັນ​ລຸ​ຜົນ​ສຳ​ເລັດ, ປະ​ກອບ​​ສ່ວນໃຫ້​ປະ​ເທດ​​ທີ່​ຕົນພວ​ມ​ອາ​ໄສ, ສືບ​ຕໍ່​ຍົກ​ສ​ູງ​ສະ​ຕິຍ້ອງ​ຍ​ໍ​ຊາດ, ຄວາມ​ເອກ​ອ້າງ​​ທະ​ນົງ​ໃຈອ​ມ່ນ​ຊາວ​ຫວຽດ​ນາມ… ກ​ໍ​ຄື​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ປະ​ເທດອື່ນໆ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແຕ່​ລະ​ຄົນ, ເຖິງວ່າ​ອາ​ໄສ​ຢູ່​ຫ່າງ​ໄກ​, ດຳ​ລົງ​ຊີ​ວິດ​ຄື​ແນ​ວ​ໃດ ແຕ່​ໃນ​ຫົວ​ໃຈ​ຂອງ​ຕົນ​ຍາມ​ໃດ​ກໍ່​ມີ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ຊາດ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາປະ​ເທດ​ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ເຂັ້ມ​ແຂງ”.

ຂ່າວ/ບົດ​ອື່ນ