ຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກຕ້ອນຮັບເຈົ້າຄອງ ນະຄອນວຽງຈັນ

ຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກຕ້ອນຮັບເຈົ້າຄອງ ນະຄອນວຽງຈັນ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​
ຕ້ອນຮັບຄະນະ​ຜູ້​ແທນ​ນະຄອນ​ວຽງ​ຈັນ
(ພາບ: TTXVN)

(vovworld) - ວັນ​ທີ 24/10, ຢູ່​ສຳນັກງານ​ລັດຖະບານ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ໄດ້​ໃຫ້ການຕ້ອນຮັບຄະນະ​ຜູ້​ແທນ​ນະຄອນ​ວຽງ​ຈັນ, ​ແຫ່ງ ສປປ ລາວ ​ໂດຍ​ທ່ານ ສີນ​ລະ​ວົງ ຄຸດ​ໄພທູນ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ຄອງ​ນະຄອນ​ວຽງ​ຈັນນຳ​ໜ້າ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ໃນ​ຖາ​ນະຕຳ​ແໜ່​ງ​ໃໝ່, ທ່ານສີນ​ລະ​ວົງ ຄຸດ​ໄພທູນ ຈະ​ມີ​ການ​ອຸທິດ​ສ່ວນ​​ໃຫ້​ແກ່​ການ​ພັດທະນາ​ນະຄອນຫຼວງ​ວຽງ​ຈັນ ກໍ່​ຄື​ພາລະກິດ​ປະຕິວັດ​ລາວກວ່າ​ອີກ, ສືບ​ຕໍ່​ປະກອບສ່ວນ​ປັບປຸງ, ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ພິ​ເສດ​ຫວຽດນາມ - ລາວ​ໃຫ້​ນັບ​ມື້​ນັບ​ພັດທະນາ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ​ຮ່ວມ​ມື. ສ່ວນທ່ານເລຂາ​ຄະນະ​ພັກ, ​ເຈົ້າ​ຄອງ​ນະຄອນ​ວຽງ​ຈັນ ສີນ​ລະ​ວົງ ຄຸດ​ໄພທູນ ກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ລະຫວ່າງ​ບັນດາ​ຂະ​ແໜງ​ການ, ​ເປີດ​ກວ້າງ​ການ​ພົວພັນ​ແລກປ່ຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ​ຮ່ວມ​ມື​ປະຕິບັດ​ຄາດໝາຍ​ຍຸດ​ທະ​ສາດ​ຮ່ວມ​ມື​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ.

     ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ຟ້າ​ມກວາງ​ງິ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ມີ​ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ວຽງ​ຈັນ. ທີ່​ການ​ເຮັດ​ວຽກ, ທ່ານ ຟ້າ​ມກວາງ​ງິ ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ​ເວົ້າ​ລວມ ​ແລະ ນະຄອນຫຼວງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ. ການ​ຮ່ວມ​ມື​ລະຫວ່າງ​ສອງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ວຽງ​ຈັນ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ດ້ວຍ​ຫຼາຍ​ໂຄງການ​ທີ່​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ສາທາລະນະ​ສຸກ, ການ​ສຶກສາ, ຊົນນະບົດ, ການ​ທະຫານ…

ສ່ວນ​ທ່ານເລຂາ​ຄະນະ​ພັກ, ​ເຈົ້າ​ຄອງ​ນະຄອນ​ວຽງ​ຈັນ ສີນ​ລະ​ວົງ ຄຸດ​ໄພທູນ ສະ​ເໜີ​ນະຄອນ​ຮ່າ​ໂນ້ຍ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ວຽງ​ຈັນ​ໃນ​ຫຼາຍ​ຂົງ​ເຂດ​ກວ່າ​ອີກ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສົ່ງ​ຜູ້​ຊ່ຽວຊານ​ໄປ​ວຽງ​ຈັນ ​ເພື່ອ​ຄົ້ນ​ຄ້ວາ, ​ແບ່ງປັນ​ບົດຮຽນ, ພິ​ເສດ​ແມ່ນ​ໃນ​ການ​ຄຸ້ມ​ຄອງ.

 

ຂ່າວ/ບົດ​ອື່ນ