ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານໂລກ

(VOVWORLD) -ຕອນເຊົ້າວັນທີ 29 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ.

ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານໂລກ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳຫວຽດນາມ

(ພາບ: Van Hieu/VOV)

ນະທີ່ນີ້, ທ່ານ Ousmane Dione ຢັ້ງຢືນວ່າ: WB ຍາມໃດກໍປາດຖະໜາ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມພັດທະນາລະບົບພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ. ລະອຽດຄື, WB ສາມາດໜູນຊ່ວຍໃຫ້ລັດຖະບານຫວຽດນາມ ສ້າງກົນໄກເໝາະສົມ ເພື່ອແບ່ງປັນຄວາມສ່ຽງໃນການຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງ; ໜູນຊ່ວຍໃນໄລຍະກະກຽມດຳເນີນໂຄງການ; ການດຶງດູດແຫຼ່ງທຶນ ODA ສຳລັບເສັ້ນທາງຄວາມໄວສູງ ເໜືອ - ໃຕ້, ໜູນຊ່ວຍໃນການດຶງດູດແຫຼ່ງທຶນຈາກເອກະຊົນຕາມຮູບແບບ PPP.

        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ຢັ້ງຢືນເຖິງທັດສະນະການລົງທຶນພື້ນຖານໂຄງລ່າງ ແມ່ນ ໜ້າທີ່ຂອງລັດ, ລັດຕ້ອງປ່ອຍງົບປະມານລົງທຶນ ຫຼືມີນະໂຍບາຍດຶງດູດແຫຼ່ງທຶນຈາກສັງຄົມ. ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີເຫັນດີເຫັນພ້ອມກັບທັດສະນະຂອງນັກຊ່ຽວຊານ WB ສຳລັບເລື່ອງ ລັດຄວນແບ່ງປັນຄວາມສ່ຽງໃນການລົງທຶນ ເພື່ອໃຫ້ບັນດາວິສາຫະກິດສຸມໃສ່ຍົກສູງຄຸນນະພາບຂອງກິດຈະກຳ, ຍົກສູງປະສິດທິຜົນຂອງການລົງທຶນ. ປັດຈຸບັນ, ຫວຽດນາມກໍພວມສ້າງກົດໝາຍຕາມຮູບແບບ PPP, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ສະເໜີໃຫ້ບັນດານັກຊ່ຽວຊານ WB ສົມທົບຢ່າງແໜ້ນແຟ້ນ, ໜູນຊ່ວຍບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງຂອງຫວຽດນາມໃນການສ້າງຮ່າງກົດໝາຍສຸດທີ່ສຳຄັນນີ້. ສຳລັບບັນດາຂໍ້ສະເໜີແນະຈະໜູນຊ່ວຍດ້ານເຕັກນິກ, ໜູນຊ່ວຍພັດທະນາໂຄງການ, ທ່ານຮອງນາຍົກລັດຖະມົນຕີຖືວ່າ ດ້ວຍປະສົບການຂອງ WB, ຈະຊ່ວຍຫວຽດນາມຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການລົງທຶນຢ່າງແນ່ນອນ.


ຕອບກັບ

ຂ່າວ/ບົດ​ອື່ນ