ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເຊັກໂກ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ໃຫ້ການຕ້ອນຮັບທ່ານ Vitezslav Grepl ເອກອັກຄະລັດຖະທູດ ສ.ເຊັກໂກ
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເຊັກໂກ - ảnh 1 ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເຊັກໂກ (ພາບ: TTXVN)

ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ Vitezslav Grepl ຢືນຢັນວ່າ ເຊັກໂກ ຍາມໃດກໍ່ຖືເປັນສຳຄັນ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານ Vitezslav Grepl ຢືນຢັນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊຸກຍູ້ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດກ່ວາອີກ ພ້ອມທັງ ນຳການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດນັບມື້ນັບເຂົ້າລວງເລິກ, ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ສະເໜີໃຫ້ 2 ປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍກົນໄກທາບທາມຄຳເຫັນດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ໃນຂອບເຂດ ASEM, ASEAN-EU. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຊົມເຊີຍ ແລະ ຈະສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດ ເຊັກໂກ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດ ແມ່ນໃນບັນດາຂົງເຂດທີ່ ເຊັກໂກ ມີທ່າແຮງ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມຄື: ພະລັງງານ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງ, ແກ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ