ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ອວຍພອນບຸນປີໃໝ່ລາວ

(VOVWORLD) - ຫວຽດນາມ ພວມຕັ້ງໜ້າຈັດຕັ້ງການຜັນຂະຫຍາຍຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃຫ້ປະກົດຜົນເປັນຈິງ, ແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນກ່ວາ
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ອວຍພອນບຸນປີໃໝ່ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ແລະ ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ (ພາບ: VGP)

 

 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງສປປ.ລາວ 2019, ວັນທີ 11 ເມສາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ ໄປອວຍພອນບຸນປີໃໝ່ລາວຢູ່ສະຖານທູດ ລາວ ປະຈຳ ຮ່າໂນ້ຍ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໃຫ້ຮູ້ວ່າ: ຫວຽດນາມ ພວມຕັ້ງໜ້າຈັດຕັ້ງການຜັນຂະຫຍາຍຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃຫ້ປະກົດຜົນເປັນຈິງ, ແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນກ່ວາ, ປາດຖະໜາວ່າ ສະຖານທູດ ລາວ ປະຈຳ ຫວຽດນາມ ຈະເອົາໃຈໃສ່, ຊຸກຍູ້ໄປພ້ອມໆກັນ.

        ສ່ວນທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ ຢືນຢັນວ່າ: ສະຖານທູດ ລາວ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຂອງການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ