ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ ງານລ້ຽງຂອງລັດຖະມົນຕີການຕ່າງປະເທດມາເລເຊຍ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ ງານລ້ຽງຂອງລັດຖະມົນຕີການຕ່າງປະເທດມາເລເຊຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມ
ງານລ້ຽງຂອງລັດຖະມົນຕີການຕ່າງປະເທດມາເລເຊຍ
(ພາບ: TTXVN)


(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ວົງ​ແຄບລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (AMM Retreat), ຕອນ​ຄໍ່າ​ວັນ​ທີ 27/01, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງຕ່າງປະ​ເທດ​ມາ​ເລ​ເຊຍ Anifah Aman ​ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ​ບັນດາ​ຄູ່​ຮ່ວມ​ຕຳ​ແໜ່​ງອາ​ຊຽນ ​ແລະ ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ AMM Retreat. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ເຂົ້າ​ຮ່ວມ​ເຫດການ​ດັ່ງກ່າວ. ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດອາ​ຊຽນ ​ໄດ້​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ໃນ​​ເວລາ​ເຂົ້າ​ຮ່ວມ​ງານ​ລ້ຽງ. ຫຼັງຈາກ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ 2 ຝ​່າຍກັບ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປີນ.

        ຕາມ​ແຜນການ, ກອງ​ປະຊຸມທາງ​ການຂອງ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/01, ຢູ່​ມາ​ເລ​ເຊຍ.

ຂ່າວ/ບົດ​ອື່ນ