ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໂອ້ລົມທາງ ໂທລະສັບກັບລັດຖະມົນຕີການຕ່າງປະເທດຝລັ່ງ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໂອ້ລົມທາງ ໂທລະສັບກັບລັດຖະມົນຕີການຕ່າງປະເທດຝລັ່ງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ)

(vovworld) – ວັນ​ທີ 30/07, ​ໃນ​ການ​ໂອ້​ລົມ​ທາງ​ໂທລະ​ສັບ​, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​ໄດ້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ບັນ​ດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຝລັ່ງ. ​ໃນ​ນັ້ນ​ມີການ​ແລກປ່ຽນຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ​ເສດຖະກິດ, ປ້ອງ​ກັນ​ປະ​ເທດ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ການ​ສຶກສາ, ບຳ​ລຸງ​ສ້າງ ​ແລະ ​ແລກປ່ຽນ​ວັດທະນະທຳ.

        ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິງ ​ໄດ້​ຝາກ​ຄຳ​​ເຊີນຂອງ​ການນຳ​ຂັ້ນ​ສູງ​ຫວຽດນາມ ທີ່​ເຊື້ອ​ເຊີນ​ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ເໜີ​ໃຫ້​ຝລັ່ງ ຊຸກຍູ້ EU ອະນຸມັດ​ຜ່ານ​​ສັນຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ຫວຽດນາມ - EU ​ແລະ ສະໜັບສະໜູນ​ເລື່ອງ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU (EVFTA) ​ໃນ​ປີ 2014. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ປາດ​ຖະໜາ​ວ່າ 2 ປະ​ເທດ​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງ​ທີ 21 ຂອງ​ສະຫະ​ປະຊາ​ຊາດ​ເຊິ່ງ​ຈະຈັດ​ຂຶ້ນ​ຢູ່​ປາຣີ ​ໃນ​ປີ 2015 ​ໂດຍ​ໄວ.

        ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ກໍ່​ໄດ້​ແລກປ່ຽນ​​ບາງ​ບັນຫາ​ພາກ​ພື້ນ​ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລ່ັງ ສະ​​ແດງ​​ໃຫ້​ເຫັນຫຼັກ​ໝັ້ນ​ສະໜັບສະໜູນ​​ການ​ແກ້​​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ການ​ເຈລະຈາ ​ແລະ ບັນດາ​ມາດ​ຕະການ​ສັນຕິພາບ, ບໍ່​ນຳ​ໃຊ້ກຳລັງ​ອາວຸດ.

ຂ່າວ/ບົດ​ອື່ນ