ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີ ສີລັງກາ

(VOVWORLD) - ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຊັ້ນຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ການນຳ 2 ປະເທດໄດ້ເຫັນດີຈັດຕັ້ງກອງປະຊຸມຄະນະກຳມະການປະສົມຄັ້ງທີ 4 ລະຫວ່າງລັດຖະບານ 2 ປະເທດໃ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເຂົ້າຢ້ຽມຂ່ຳນັບນາຍົກລັດຖະມົນຕີ ສີລັງກາ - ảnh 1 ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ

ວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe, ເນື່ອງໃນໂອກາດມາ ຫວຽດນາມ ເພື່ອເປັນປະທານຮ່ວມກອງປະຊຸມກ່ຽວກັບມະຫາສະໝຸດ ອິນເດຍ (IOC) ເຊິ່ງໄດ້ຈັດຕັ້ງໃນລະຫວ່າງວັນທີ 27 -28 ສິງຫາ. ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຊັ້ນຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ການນຳ 2 ປະເທດໄດ້ເຫັນດີຈັດຕັ້ງກອງປະຊຸມຄະນະກຳມະການປະສົມຄັ້ງທີ 4 ລະຫວ່າງລັດຖະບານ 2 ປະເທດໃນປີ 2019 ແລະ ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືການປະມົງໄລຍະ 3 ປີຈະມາເຖິງ, ສະຫງວນບຸລິມະສິດ ແລະ ສ້າງເງື່ອນໄຂສະດວກເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນຄື ການສຶກສາ - ບຳລຸງສ້າງ, ໂທລະຄົມມະນາຄົມ, ຂໍ້ມູນຂ່າວສານ ແລະ ດີຈີຕອນ…

        ທ່ານນາຍົກລັດຖະມົນຕີ Ranil Wickremesinghe ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ຂະບວນການບໍ່ຮ່ວມກຸ່ມ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ ສີລັງກາ; ສະເໜີໃຫ້ ສີລັງກາ ມີທັດສະນະຕັ້ງໜ້າກ່ວາໃນບັນຫາທະເລຕາເວັນອອກ, ລະອຽດແມ່ນສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ, ພິເສດແມ່ນບັນດາເນື້ອໃນມີລັກສະນະຫຼັກການຄື: ຄວາມເສລີໃນການເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ