ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ແຈ້ງໃຫ້ຊາບໝາກຜົນສັບປະດາຂັ້ນສູງ APEC 2017

(VOVWORLD) - ທີ່ການປະຊຸມຂ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ປະສົມຜົນສຳເລັດໃນການຈັດຕັ້ງບັນດາກອງປະຊຸມສຸດຍອດ, ບັນດາກອງປະຊຸມຂັ້ນລັດຖະມົນຕີ APEC ນັບທັງໃນປີ 2017 ເວົ້າລວມ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ແຈ້ງໃຫ້ຊາບໝາກຜົນສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານ ຟ້າມບີ່ງມີງ ປະກາດໝາກຜົນຂອງ APEC 2017

ຕອນບ່າຍວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ໄດ້ຈັດຕັ້ງການປະຊຸມຂ່າວເພື່ອແຈ້ງໃຫ້ຊາບໝາກຜົນຂອງສັບປະດາຂັ້ນສູງ APEC 2017. ທີ່ການປະຊຸມຂ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ປະສົມຜົນສຳເລັດໃນການຈັດຕັ້ງບັນດາກອງປະຊຸມສຸດຍອດ, ບັນດາກອງປະຊຸມຂັ້ນລັດຖະມົນຕີ APEC ນັບທັງໃນປີ 2017 ເວົ້າລວມ ແລະ ພິເສດແມ່ນສັບປະດາຂັ້ນສູງ APEC 2017 ຫາກໍ່ຈັດຕັ້ງຢູ່ ດ່ານັ້ງ. ສັບປະດາຂັ້ນສູງ APEC 2017 ມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງເກືອບທັງໝົດບັນດາພື້ນຖານເສດຖະກິດສະມາຊິກ ໃນ 10 ປີຜ່ານມາ. ໃນປີ 2017, ຫວຽດນາມ ໄດ້ຕ້ອນຮັບຜູ້ແທນປະມານ 21.000 ຄົນມາເຂົ້າຮ່ວມກອງປະຊຸມ APEC ຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ແລະ ສະເພາະສັບປະດາຂັ້ນສູງ ແມ່ນ 11.000 ຄົນ, ເຊິ່ງລວມມີການນຳຂັ້ນສູງ, ບັນດາເຈົ້າໜ້າທີ່, ກໍ່ຄືວິສາຫະກິດໃນພາກພື້ນ ແລະ ຢູ່ໃນໂລກ.  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ, ໃຫ້ຮູ້ວ່າ:

        “ຜົນງານໃຫຍ່ຫຼວງທີ່ສຸດແມ່ນສາມາດຮັກສາໄດ້ເປົ້າໝາຍຂອງ APEC ໃນສະພາບການໂລກທີ່ສັບສົນຂອງສະພາບການໂລກ, ມີທິດທາງແຕກຕ່າງກັນໃນບັນຫາເສດຖະກິດ, ການຄ້າ, ການລົງທຶນ ແລະ ບັນດາຂົງເຂດໃໝ່. ກອງປະຊຸມສຸດຍອດ APEC ຢັ້ງຢືນບົດບາດຂອງ APEC ແມ່ນເວທີປາໄສຮ່ວມສຳພັນເສດຖະກິດແຖວໜ້າສາກົນ ແລະ ພາກພື້ນ, ສືບຕໍ່ບັນດາເປົ້າໝາຍຂອງ APEC ແມ່ນການຄ້າເສລີ, ຫັນການລົງທຶນ ແລະ ການເຕີບໂຕໃນພາກພື້ນໃຫ້ມີຄວາມສະດວກ.”

        ຕາມທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ, ບັນດາເອກະສານໄດ້ຍົກອອກມາໃນສັບປະດາຂັ້ນສູງ APEC ສ້າງທິດທາງໃຫ້ຊຸມປີຕໍ່ໄປ, ຍ້ອນ ປີ 2017 ແມ່ນປີປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນຊຸມປີຜ່ານມາໂດຍທັດສະນະທີ່ແຕກຕ່າງກັນ ກ່ຽວກັບການປົກປ້ອງ, ຫັນການຄ້າເປັນເສລີ. ຫວຽດນາມ ໄດ້ປະຕິບັດບົດບາດເປັນເຈົ້າພາບ ບໍ່ພຽງແຕ່ໃນວຽກງານຈັດຕັ້ງສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ ເທົ່ານັ້ນ ຫາກຍັງຢູ່ ໃນທຸກໆເຫດການຢູ່ 10 ແຂວງ, ນະຄອນ ໃນທົ່ວປະເທດປີ 2017 ອີກດ້ວຍ.

        ສັບປະດາຂັ້ນສູງ APEC 2017 ແມ່ນໂອກາດສຳຄັນເພື່ອຍົກສູງການພົວພັນ 2 ຝ່າຍຂອງ ຫວຽດນາມ ກັບບັນດາປະເທດ. ໃນໄລຍະດຳເນີນສັບປະດາຂັ້ນສູງ APEC, ຫວຽດນາມ ໄດ້ຕ້ອນຮັບການຢ້ຽມຢາມທາງລັດຖະກິດຂອງປະມຸກລັດ 4 ປະເທດຄື: ຈີນ, ອາເມລິກາ, ຈີເລ ແລະ ການາດາ, ພ້ອມທັງມີການພົບປະແລກປ່ຽນກັບການນຳປະເທດຕ່າງໆ ລວມ 50 ຄັ້ງ. ເລື່ອງລົງນາມໃນຂໍ້ຕົກລົງ 121 ສະບັບດ້ວຍຈຳນວນທຶນກ່ວາ 20 ຕື້ USD ແມ່ນກາລະໂອກາດທີ່ດີສຳລັບບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ