ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມການຮັບໃຊ້ແກ່ IPU 132

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມການຮັບໃຊ້ແກ່ IPU 132 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະ​ທານກອງ​ປະ​ຊຸມວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຮັບ​ໃຊ້​IPU 132

(vovworld)- ຕອນ​ບ່າຍ​ວັນ​ທີ 22/10 , ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່​ງລັດກ່ຽວ​ກັບການ​ຈັດ​ຕັ້ງ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 132 ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຮັບ​ໃຊ້​ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 132. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນ​ດາ​ອະ​ນຸ​ກຳ​ມະ​ການ​ຈົ່ງ​ກະ​ກຽມ​ວຽກ​ງານ​ໂດຍ​ລະ​ອຽດ​ເພື່ອ​ຮັບ​ປະ​ກັນ​ວຽກ​ງານ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ປອດ​ໄພ, ວຽກ​ງານ​ການ​ແພດ​ໃຫ້​ແກ່​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ ກໍ​ຄື​ຢູ່​ຕາມ​ສະ​ຖານ​ທີ່​ຈັດ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ​, ທັງ​ນີ້ກໍ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ ທັງ​ເປັນ​ການຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ເປັນ​ເຈົ້າ​ການ​ຂອງ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ວົງ​ຄະ​ນະ​ຍາດ​ສາ​ກົນ. 

ຂ່າວ/ບົດ​ອື່ນ