ຮອງນາຍົກລັດຖະມົນຕີ ຫວູ້ວັນນິງຢ້ຽມຢາມ ອາເມລິກາ


ຮອງນາຍົກລັດຖະມົນຕີ ຫວູ້ວັນນິງຢ້ຽມຢາມ ອາເມລິກາ  - ảnh 1

 (ພາບ: VGP/Thành Chung)

 (vovworld)- ​ ​​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ທ່ານຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ ​ໄດ້​ມີ​ພານ​ພົບ​ປະຄັ້ງຕ່າງໆ​ກັບ​ບັນດາ​ເຈົ້າໜ້າ​ທີ່​ສະພາ​ແຫ່ງ​ຊາດ ​ແລະ ປະຊາ​ຄົມ​ນັກທຸລະກິດ​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​​ແລ​ກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ​ບົນ​ເນື້ອ​ໃນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຮອບດ້ານ ຊື່​ງ​ໃນ​ນັ້ນ, ​ເລື່ອງ​ສອງ​ຝ່າຍ​ດຳ​ເນີນ​ການ​ເຈລະຈາ ​ແລະ ກ້າວ​ໄປ​ເຖິງ​ການ​ສຳ​ເລັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ມີ​ບົດບາດ​ຈຸດ​ສຸມ. ທ່ານຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ ​ໄດ້​ແລກປ່ຽນ​ກັບ​ການ​ນຳ​ກຳມາ​ທິການ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ການ​ພົບ​ປະຄັ້ງຕ່າ​ງໆກັບວົງ​ການ​ນັກທຸລະກິດ​ອາ​ເມ​ລິ​ກາ ​ແລະ ຜູ້ຕາງໜ້າ​ບາງ​ສະຫະ​ສະມາຄົມ​ຄື: ສະພາ​ດຳ​ເນີນ​ທຸລະ​ກິດ​ອາ​ເມ​ລິ​ກາ-​ອາ​ຊຽນ, ຫ້ອງການ​ການ​ຄ້າ ​ແລະ ອຸດ​ສາຫະກຳ​ອາ​ເມ​ລິ​ກາ...​ໃນ​ວັນ​ດຽວ​ກັນ,  ທ່ານຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ​ໄດ້​ໃຫ້​ການ​ຕ້ອນຮັບ​ຜູ້ຕາງໜ້າ​ວົງ​ການ​ນັກຮຽນ​ຮູ້ຂຶ້ນ​ກັບ​ຕາໜ່າງຜູ້​ຊ່ຽວຊານ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ./.

 

ຂ່າວ/ບົດ​ອື່ນ