ຮອງນາຍົກລັດຖະມົນຕີ ຮ່ວາງຈູງຮາຍ ຕ້ອນຮັບລັດຖະມົນຕີຝລັ່ງ

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຮາຍ ຕ້ອນຮັບລັດຖະມົນຕີຝລັ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຮາ​ຍ
ຕ້ອນຮັບ​​ທ່ານ​ນາງ Fleur Pellerin
(ພາບ: chinhphu.vn)


(vovworld) –  ຕອນ​ເຊົ້າ​ວັນ​ທີ 22/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຮາ​ຍ ​ໄດ້​ໃຫ້ການ​ຕ້ອນຮັບ​​ລັດຖະມົນຕີ​ຜູ້​ຮັບຜິດຊອບ​ດ້ານ​ການ​ຄ້າ, ສົ່ມ​ເສີມ​ການທ່ອງທ່ຽວ ​ແລະ ຊາວ​ຝລັ່ງອາ​ໄສ​ຢູ່​ຕ່າງປະ​ເທດ, ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ ​ແລະ ພັດທະນາ​ສາກົນ​ຝລັ່ງ ທ່ານ​ນາງ Fleur Pellerin, ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຮາ​ຍ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງຫວຽດນາມ ​ແມ່ນ​ຖື​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຝລັ່ງ ​ເປັນ​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແມ່ນ​ຂົງ​ເຂດ​ເສົ້າ​ຄຳ້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຝລັ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຝລັ່ງ ສືບ​ຕໍ່​ຮັກສາ​ຄຳໝັ້ນສັນຍາຊ່ວຍເຫຼືອທຶນ ODA ​ແລະ ສະ​ເໜີ​ໃຫ້​ຝລັ່ງ ສືບ​ຕໍ່​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຢູ່​ຫວຽດນາມ ບັນລຸ​ປະສິດທິ​ຜົນ.

        ສ່ວນ​ທ່ານ​ນາງ Fleur Pellerin ປາດ​ຖະໜາ​ວ່າ ລັດຖະບານ​ຫວຽດນາມ ສືບ​ຕໍ່​ສະໜັບ​ສະ​ໜູນ ​ແລະ ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຝລັ່ງ ສືບ​ຕໍ່​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ໃນ​ໄລຍະ​ຍາວ​ນານ.

ຂ່າວ/ບົດ​ອື່ນ