ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສະໂລວາກີ

(VOVWORLD) -ວັນທີ 20 ກັນຍາ,  ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສະໂລວາກີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຮັດວຽກກັບທ່ານ Robert Kalinak, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ສະໂລວາກີ. 
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສະໂລວາກີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ມອບດອກໄມ້ໃຫ້ ທ່ານນາງ Filova Katarina (ພາບ: Thành Chung/Zing)

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ປະຈຸບັນ, ສະໂລວາກີ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ ເອີລົບກາງ, ເອີລົບຕາເວັນອອກ, ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 14 ຂອງ ສະໂລວາກີ. ທ່ານຮອງນາຍົກລັດຖະມົນຕີ  ສະເໜີໃຫ້ລັດຖະບານ ສະໂລວາກີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ມີເງິນລົງທຶນຢູ່ ສະໂລວາກີ ກໍ່ຄືຮັບປະກັນເງື່ອນໄຂເຮັດວຽກດ້ວຍຄວາມຍຸຕິທຳໃຫ້ຄົນງານ ຫວຽດນາມ ນັບຮ້ອຍຄົນທີ່ພວມເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ ສະໂລວາກີ. 2 ຝ່າຍເຫັນດີເປັນເອກະພາບສ້າງກົນໄກຮ່ວມມືທີ່ກ່ຽວຂ້ອງເຖິງບັນດາແຜນການເຄື່ອນໄຫວຢ່າງລະອຽດ, ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ເຊື່ອມຕໍ່ວິສາຫະກິດ, ທ້ອງຖິ່ນຕ່າງໆຂອງ 2 ປະເທດ, ພ້ອມກັນສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດໄດ້ສຳຜັດກັບບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີທ່າແຮງ. 2 ຝ່າຍເຫັນດີຊຸກຍູ້ວິວັດທະນາການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA).       

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ແຂວງ Trnava.

ຕອບກັບ

ຂ່າວ/ບົດ​ອື່ນ