ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກອັນດີງາມຢູ່ ສະໂລວາເກຍ ຢ່າງຈົບງາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ຫາກໍ່ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ສະໂລວາເກຍ ແຕ່ວັນທີ 20 – 21 ກັນຍາຢ່າງຈົບງາມ. 
ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກອັນດີງາມຢູ່ ສະໂລວາເກຍ ຢ່າງຈົບງາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້

ການຢ້ຽມຢາມບັນລຸໄດ້ບັນດາໝາກຜົນລະອຽດ, ສຳຄັນ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ສະໂລວາເກຍ ໃນໄລຍະຈະມາເຖິງກ່ວາອີກ.

        ກ່ອນໜ້ານັ້ນ, ວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສະໂລວາເກຍ Robert Fico. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ໃນນັ້ນ ມີສະໂລວາເກຍ, ພ້ອມທັງ ສະເໜີສະໂລວາເກຍ ຕັ້ງໜ້າຊຸກຍູ້ບັນດາການພົວພັນລະຫວ່າງ ສະຫະພາບ ເອີຣົບ (ອີຢູ) ກັບ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ Robert Fico ຢືນຢັນວ່າ: ສະໂລວາເກຍ ສະໜັບສະໜູນ ການຊຸກຍູ້ສາຍພົວພັນລະຫວ່າງ ອີຢູ ກັບ ຫວຽດນາມ ຢ່າງແຮງ, ໃນນັ້ນ ມີເລື່ອງເຊັນ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

        ແລະກໍ່ໃນວັນທີ 21 ກັນຍາ, ທີ່ນະຄອນຫລວງ Bratislava ໄດ້ດຳເນີນການໂອ້ລົມສົນທະນາກ່ຽວກັບການສົ່ງເສີມການລົງທຶນ ຫວຽດນາມ ຢູ່ ສະໂລວາເກຍ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ ສະໂລວາເກຍ ແລະ ພາກພື້ນ ເອີຣົບກາງ - ເອີຣົບຕາເວັນອອກ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ທ່ານ ເວືອງດີງເຫວ້ ຢືນຢັນວ່າ:

        “ຫວຽດນາມ ຊົມເຊີຍ ແລະ ປາດຖະໜາຢາກໄດ້ຮັບບັນດາແຫຼ່ງເງິນລົງທຶນຈາກ ສະໂລວາເກຍ ຕື່ມອີກ, ເປັນຕົ້ນແມ່ນບັນດາຂົງເຂດ ຊຶ່ງ ສະໂລວາເກຍ ມີທ່າແຮງຄື: ການຜະລິດລົດໂອໂຕ ແລະ ເຄື່ອງອາໄຫຼ່ລົດໂອໂຕ, ເຄື່ອງກົນຈັກ, ເຄື່ອງອຸປະກອນອຸດສາຫະກຳ, ເອເລັກໂຕນິກ ແລະ ພັດທະນາພື້ນຖານໂຄງລ່າງ. ລັດຖະບານ ຫວຽດນາມ ກໍ່ສົ່ງເສີມວິສາຫະກິດພາຍໃນປະເທດ ຊອກຫາກາລະໂອກາດ, ຮ່ວມມືລົງທຶນຢູ່ ສະໂລວາເກຍ ໃນບັນດາຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການຜະລິດເຄື່ອງໃຊ້ສອຍ…”

        ຢູ່ນອກການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດແຖວໜ້າຈຳນວນໜຶ່ງຂອງ ສະໂລວາເກຍ ໃນນັ້ນ ມີປະທານກຸ່ມບໍລິສັດ Slavia Capital ທ່ານ Peter Gabelec ແລະ ຜູ້ອຳນວຍການໃຫຍ່ E-group Anton Bielik./.

ຕອບກັບ

ຂ່າວ/ບົດ​ອື່ນ