ຮອງນາຍົກລັດຖະມົນຕີ ເວືອງດິ່ງເຮ້ວ ສະເໜີໃຫ້ສະຖາບັນການເງິນ ສ້າງຕັ້ງກຸ່ມເຄືອຂ່າຍປະດິດຄິດສ້າງດ້ານການເງິນ

(VOVWORLD) - ສະຖາບັນການເງິນຄວນເປັນເຈົ້າການດຶງດູດຄູອາຈານ, ນັກວິທະຍາສາດທີ່ດີເດັ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຮ້ວ ສະເໜີໃຫ້ສະຖາບັນການເງິນ ສ້າງຕັ້ງກຸ່ມເຄືອຂ່າຍປະດິດຄິດສ້າງດ້ານການເງິນ - ảnh 1 ທ່ານ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 11 ພະຈິກ, ທີ່ຮ່າໂນ້ຍ, ສະຖາບັນການເງິນ ໄດ້ຈັດຕັ້ງການໂອ້ລົມສົນທະນາກັບອະດິດນັກສຶກສາ ກ່ຽວກັບການກຳນົດທິດພັດທະນາ ຂອງສະຖາບັນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖາບັນການເງິນ (1963-2018).

ກ່າວຄຳເຫັນທີ່ໂອ້ລົມການສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຮ້ວ ໄດ້ເນັ້ນໜັກວ່າ: ສະຖາບັນການເງິນຄວນເປັນເຈົ້າການດຶງດູດຄູອາຈານ, ນັກວິທະຍາສາດທີ່ດີເດັ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ; ເສີມຂະຫຍາຍທ່າແຮງຂອງກຸ່ມເຄືຍຂ່າຍອະດີດນັກສຶກສາໃນທົ່ວປະເທດເພື່ອແນໃສ່ໜູນຊ່ວຍໃຫ້ແກ່ການພັດທະນາຂອງສະຖາບັນແຫ່ງນີ້ ນັບມື້ນັບເຂັ້ມແຂງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຮ້ວ ຊີ້ແຈ້ງ:

“ຢາກຍູ້ແຮງການປ່ຽນແປງໃໝ່ໂດຍມີຄວາມປະດິດຄິດສ້າງ, ມີການຄົ້ນຄ້ວານັ້ນສະຖາບັນ ຄວນມີກຸ່ມເຄືອຂ່າຍປະດິດຄິດສ້າງ, ຄວນສ້າງຕັ້ງກຸ່ມຫຼັກແຫຼ່ງເພື່ອເຮັດວຽກງານຄົ້ນຄ້ວາ. ຈາກນັ້ນ, ພິມຈຳໜ່າຍເອກກະສານການຄົ້ນຄ້ວາ ກ່ຽວກັບເສດຖະກິດມະຫາພາກທຸກເດືອນ, ທຸກປີ, ທຸກສະໄໝ, ແລະ ມີການອັບເດດຢ່າງເປັນປະຈຳ, ຜ່ານນັ້ນກໍ່ໄດ້ດຶງດູດຖັນແຖວເພື່ອນຮ່ວມງານທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະເໜີໃຫ້ມີກຸ່ມເຄືອຂ່າຍອະດີດພະນັກງານຂະແໜງສຶກສາ ແລະ ມີຜູ້ໜຶ່ງເປັນປະທານກຸ່ມນີ້, ເພື່ອເສີມຂະຫຍາຍກຸ່ມເຄືອຂ່າຍອະດີດນັກສຶກສາໃຫ້ຫຼາຍກວ່າເກົ່າ ເພື່ອດຶງເອົາພຶດຕິກຳຕົວຈິງເຂົ້າສູ່ການດຳລົງຊີວິດຕົວຈິງ ແລະ ການຄົ້ນຄວ້າວິທະຍາສາດ”.

ຕອບກັບ

ຂ່າວ/ບົດ​ອື່ນ