ຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮວ່າບິ່ງ ເຮັດວຽກກັບ ຄະນະພັກນະຄອນໂຮ່ຈີມິນ ກ່ຽວກັບການປະຕິຮູບຕຸລາການ

(VOVWORLD) - ວັນທີ 16 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເຈືອງຮ່ວາບິ່ງ ແລະ ຄະນະປະຕິບັດງານລັດຖະບານ, ໄດ້ມີການເຮັດວຽກກັບຄະນະພັກນະຄອນໂຮ່ຈີມິນ ກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດໜ້າທີ່ປະຕິຮູບດ້ານຕຸລາການໃນບໍລິເວນເຂດ. 
ຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮວ່າບິ່ງ ເຮັດວຽກກັບ ຄະນະພັກນະຄອນໂຮ່ຈີມິນ ກ່ຽວກັບການປະຕິຮູບຕຸລາການ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ທີ່ການເຮັດວຽກ

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຖືວ່າ ນະຄອນໂຮ່ຈີມິນ ແມ່ນໃຈກາງໃຫຍ່ດ້ານເສດຖະກິດ-ສົງຄົມ, ຍ້ອນດັ່ງນັ້ນ ວຽກງານປະຕິຮູບດ້ານຕຸລາການແມ່ນສຳຄັນທີ່ສຸດ, ເພື່ອປະຕິບັດວຽກງານນີ້ໄດ້ດີບໍ່ພຽງແຕ່ຈະຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຍຸດຕິທຳເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາສະຖຽນລະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງພື້ນຖານຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງນະຄອນ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ. ກ່ຽວກັບໜ້າທີ່ປະຕິບັດການປະຕິຮູບດ້ານຕຸລາການໃນໄລຍະຈະມາເຖິງ, ຕາມ ທ່ານຮອງນາຍົກລັດຖະມົນຕີ, ມີຫຼາຍປະມວນກົດໝາຍໄດ້ປັບປຸງດ້ວຍຫຼາຍໆຈຸດໃໝ່ທີ່ຮຽກຮ້ອງຕ້ອງມີຄວາມຮັບຜິດຊອບຂອງບັນດາອົງການດຳເນີນຄະດີຄື: ສານ, ໄອຍະການ, ອົງການສືບສວນສອບສວນຕ້ອງໄດ້ຮັບການຍົກສູງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ