ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຂົ້າຮ່ວມແລະປະຕິບັດພິທີລົງໄຖນາຢູ່ແຂວງຮ່ານາມ

(VOVWORLD) -ວັນທີ 11 ກຸມພາ (ກົງກັບວັນທີ 07 ບຸນເຕັດ), ຢູ່ຕາແສງ ດ້ອຍເຊີນ, ເມືອງ ຢຸຍຕຽນ, ແຂວງຮ່ານາມ, ຄະນະກຳມະການປະຊາຊົນແຂວງຮ່ານາມ ໄດ້ຈັດງານບຸນລົງໄຖນາ ດ້ອຍເຊີນ 2019.

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຂົ້າຮ່ວມແລະປະຕິບັດພິທີລົງໄຖນາຢູ່ແຂວງຮ່ານາມ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ປະຕິບັດພິທີລົງໄຖນາ 

(ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມ ແລະ ປະຕິບັດພິທີລົງໄຖນາ, ດ້ວຍຄວາມຫວັງໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ນໜຳສຳລານ, ຜາສຸກ.

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ, ງານບຸນລົງໄຖນາຢູແຂວງຮ່ານາມ ທີ່ຈັດຕັ້ງໃນແຕ່ລະປີ ໄດ້ກາຍເປັນຈຸດຄວາມງາມໃນການດຳເນີນຊີວິດວັດທະນະທຳປະຊາຄົມ. ງານບຸນລົງໄຖນາໄດ້ຮັບການຢັ້ງຢືນຈາກລັດວ່າແມ່ນ “ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ”. ນີ້ແມ່ນງານບຸນມີລັກສະນະວັດທະນະທຳມະນຸດ ແລະ ມີຄວາມໝາຍສົ່ງເສີມກະສິກຳ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍໃນການຂຸດຄົ້ນ, ບຸກເບີກໜ້າພຽງ, ຍົກສູງຈິດໃຈໃກ້ຊິດຕິດແທດກັບປະຊາຊົນ, ຖືຊາວກະສິກອນເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ