ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບລັດຖະມົນຕີການຕ່າງປະເທດອູຣູກວາຍ

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບລັດຖະມົນຕີການຕ່າງປະເທດອູຣູກວາຍ - ảnh 1
ທ່ານ Rodolfo Nin Novoa ແລະ ທ່ານ ຟ້າມ​ບີ່ງ​ມີງ 

(vovworld) – ຕອນ​ເຊົ້າ​ວັນ​ທີ 21/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ເປັນ​ເຈົ້າ​ການ​ພິ​ທີ​ຕ້ອ​ນ​ຮັບ ແລະ ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອູ​ຣູກວາຍ Rodolfo Nin Novoa ​ທີ່​ພ​ວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງເປັນ​ທາງ​ການແຕ່​ວັນ​ທີ 20 – 22/10.

        ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຊຸກ​ຍູ້​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​​ຢ່າງ​ໄວຕາມ​ຈິດ​ໃຈ​ສັນ​ຍາ​ແມ່​ກ່ຽວ​ກັບ​ກາ​ນ​ຄ້າ ແລະ ການ​ລົງ​ທຶນ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ ແລະ ມີ​ຜົ​ນ​ສັກ​ສິດ​ນັບ​ແຕ່​ເດືອນ 4/2016. ສອງ​ຝ່າຍກໍ່​​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເຊັ​ນ​ບັນ​ດາ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ພາ​ສີ, ກວດ​ໂລກ​ລະ​ບາດ​​ສຳ​ລັບສັດ - ພືດ… 2 ຝ່າຍ​ຊຸກ​ຍູ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ບ​ຳ​ລຸງ​ສ້າງ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ຜ່ານ​ບັນ​ດາ​​ລາຍ​ການ, ໂຄງ​ການ​ຮ່ວມ​ມື​ລະ​ອຽດ.


ຂ່າວ/ບົດ​ອື່ນ