ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະສອງຝ່າຍຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ASEAN

cຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະສອງຝ່າຍຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ASEAN - ảnh 1
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິ່ນ Enirque Manalo ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ

(vovworld) –​​​ ຕອນ​ເຊົ້າ​ວັນ​ທີ 28/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ຜູ້​​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິ່ນ Enirque Manalo, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Anifa Aman ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ເນື່ອງ​ໃນ​ໂອ​ກາດ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ຄັ້ງ​ທີ 30 ໄດ້​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິ່ນ​ ໃນ​ລະ​ຫວ່າງວັນ​ທີ 28-29. ທີ່​ການ​ພົບ​ປະ​ກັບ ຜູ້​​ຮັກ​ສາການ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິ່ນ, ສອງ​ຝ່າຍ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສອງ​ປະ​ເທດ; ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຊຸກ​ຍູ້​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງກໍ່​ຄື​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໃນ​ປີ 2017; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຢູ່​ທະ​ເລກໍ່​ຄື​ຕ້ານ​ໂຈນ​ສະ​ລັດ.

     ທີ່​ການ​ພົບ​ປະ​ກັບ​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Anifa Aman, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄື ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່​ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ​ຄັ້ງ​ທີ 6 ກໍ່​ຄື​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມ.

     ທີ່​ການ​ພົບ​ປະ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ຍູ້​ແຮງ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ກໍ່​ຄື​ວິ​ວັ​ດ​ການ​ເຈ​ລະ​ຈາ​ແບ່ງ​ກຳ​ນົດຢູ່​ເຂດ​ເສດ​ຖະ​ກິດ​​ພິ​ເສດ​ໃນ​ຂົງ​ເຂດ​ທະ​ເລ​ສອງ​ຝ່າຍ​ໄດ້​ແບ່ງ​ກຳ​ນົດ​ໄຫຼ່​ທະ​ວີບ, ປະ​ຕິ​ບັດ​ໝາກ​ຜົນ​ກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່​ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ​ຄັ້ງ​ທີ 7 ໃຫ້​ມີ​ປະ​ສິດ​ທິ​ຜົນ ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ວົງ​ເງິນ​ການ​ຄ້າ 10 ຕື້​ໂດ​ລາ​ສະ​ຫະ​ລັດ ໃນ​ປີ 2018.


ຕອບກັບ

ຂ່າວ/ບົດ​ອື່ນ