ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ- ແມ່ນ້ຳລ໋ານຊາງຄັ້ງທີ3

(VOVWORLD) -ວັນທີ 15 ທັນວາ, ຢູ່ແຂວງ ຢຸນໜານ, ປະເທດຈີນ ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ຂອງ - ແມ່ນ້ຳລ໋ານຊາງ (MLC) ຄັ້ງທີ 3

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ- ແມ່ນ້ຳລ໋ານຊາງຄັ້ງທີ3 - ảnh 1(ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມ

ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ- ແມ່ນ້ຳລ໋ານຊາງຄັ້ງທີ 3)

ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດກຳປູເຈຍ, ລາວ, ມາເລເຊຍ, ໄທ, ຈີນ ແລະ ຫວຽດນາມ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ນຳໜ້າ.

          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ ຮັບຮູ້ບັນດາໝາກຜົນພົ້ນເດັ່ນຂອງການຮ່ວມມື MLC ໃນ 2 ປີຜ່ານມາ, ຕີລາຄາສູງຄວາມມານະພະຍາຍາມຂອງຈີນ ແລະ ເປັນເຈົ້າການຕັ້ງໜ້າເຂົ້າຮ່ວມຂອງບັນດາປະເທດແມ່ຂອງ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ເພື່ອມີການໜູນຊ່ວຍຢ່າງມີປະສິດທິຜົນຂອງບັນດາປະເທດສະມາຊິກ ກຳແໜ້ນກາລະໂອກາດພັດທະນາໃໝ່ ແລະ ແກ້ໄຂບັນດາສິ່ງທ້າທາຍລວມ, ການຮ່ວມມື MLC ຄວນເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງ ເພື່ອແນໃສ່ສ້າງຄວາມດຸ່ນດ່ຽງກ່ຽວກັບຜົນປະໂຫຍດ ແລະ ຄວາມຮັບຜິດຊອບລະຫວ່າງບັນດາປະເທດຢູ່ແຄມແມ່ນ້ຳ. ການສົມທົບກັນລະຫວ່າງ MLC ແລະ ຄະນະກຳມະການແມ່ຂອງ (MRC) ຈະຊ່ວຍພັດທະນາທ່າແຮງຂອງແຕ່ລະອົງການຈັດຕັ້ງ ແລະ ຕອບສະໜອງຄວາມຕ້ອງການຂອງບັນດາປະເທດກ່ຽວກັບການແບ່ງປັນຂໍ້ມູນຂ່າວສານ, ການຄົ້ນຄວ້າລວມ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ສົມທົບກັນໃຫ້ດີກວ່າ.

          ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການເຈລະຈາກ່ຽວກັບທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ