ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະສອງຝ່າຍຢູ່ນອກກອງປະຊຸມ AMM 51

(VOVWORLD) - ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະສອງຝ່າຍຢູ່ນອກກອງປະຊຸມ AMM 51 - ảnh 1ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ຈີນ

ຕອນບ່າຍວັນທີ 3 ສິງຫາ, ຢູ່ນອກກອງປະຊຸມ AMM 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ; ຜູ້ຕາງໜ້າຂັ້ນສູງຮັບຜິດຊອບການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ ທ່ານນາງ Federica Mogherini; ທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ Erywan Tusof ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Alan Peter Cayetano.

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ; ຕັ້ງໜ້າແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນບັນດາໂຄງການຮ່ວມມື; ຮັກສາທ່າພັດທະນາສະຖຽນລະພາບ ແລະ ຄວາມຕັ້ງໜ້າຂອງການພົວພັນ 2 ປະເທດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຊີ້ແຈ້ງ ຕ້ອງຢຶດໝັ້ນແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ບັນລຸ COC ມີປະສິດທິຜົນ, ແທດຈິງ ແລະ ມີລັກສະນະຜູກມັດ.

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະສອງຝ່າຍຢູ່ນອກກອງປະຊຸມ AMM 51 - ảnh 2 ການພົບປະກັບທ່ານນາງ Federica Mogherini

     ທີ່ການພົບປະກັບ ທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີ ສອງຝ່າຍສືບຕໍ່ມານະພະຍາຍາມສົມທົບກັນເພື່ອລົງນາມບັນດາສັນຍາໂດຍໄວ.

        ສ່ວນໃນການພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ Erywan Tusof, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣູໄນ; ສົມທົບກັນຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ I ຄະນະກຳມະການປະສົມ ຫວຽດນາມ - ບຣູໄນ (ໃນເດືອນ ກຸມພາ/2017) ຢ່າງມີປະສິດທິຜົນ ແລະ ຈັດເວລາເພື່ອດຳເນີນກອງປະຊຸມຄັ້ງທີ II ໃນປີ 2019.

        ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Alan Peter Cayetano, 2 ຝ່າຍເຫັນດີເປັນເອກະສັນກັນຖືວ່າ ຫວຽດນາມ ແລະ ຟິລິບປິນ ແບ່ງປັນຫຼາຍຜົນປະໂຫຍດຍຸດທະສາດຮ່ວມໃນບັນດາບັນຫາສອງຝ່າຍ ແລະ ພາກພື້ນ; ການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ