ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງຢ້ຽມຢາມອາເມລິກາ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງຢ້ຽມຢາມອາເມລິກາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ຟ້​າມ​ບິ່ງ​ມິງ​
​ພົບ​ປະ​ກັບທິ່​ປຶກ​ສາ​ສະ​ພາ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ
(ພາບ: 
mofa.gov.vn)

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ​ຟ້​າມ​ບິ່ງ​ມິງ​ ໄດ້​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 20 – 21/04. ໃນ​ວັນ​ທີ 20/04, ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່​ປຶກ​ສາ​ສະ​ພາ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ Steven Mnuchin. ທີ່​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ Rex Tillerson ແລະ ​ທ່ານ Herbert Raymond McMaster, ທິ່​ປຶກ​ສາ​ສະ​ພາ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັ​ບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ​ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​​ເຂັ້ມ​ແຂງ, ​ໝັ້ນ​ຄົງ, ຍາວ​ນານ, ເລິກ​ເຊິ່ງກວ່າ, ສ້າງ​ສັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ບົນ​ພື້ນ​ຖານ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ລະ​ບອບ​ການ​ເມືອງ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ​ອາ​ຊີ - ປ​າ​ຊີ​ຟິກ ແລະ ໃນ​ໂລກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຕີ​ລາ​ຄາ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​, ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ​ທັງ 2 ຝ່າຍ, ພາກ​ພື້ນ ແລະ ສາ​ກົນ; ຖື​ວ່າ 2 ຝ່າຍ​ຕ້ອງ​ຮັກ​ສາ​ທ່າ​ພັດ​ທະ​ນາ​​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ກາ​ນ​ສຶກ​ສາ, ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ປ້ອ​ງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ບິ່ງ​ມິງ ໄດ້​ສົ່ງ​ຈົດ​ໝາຍ​ໂດຍ​ກົງ ແລະ ສົ່ງ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ທີ່ເຊີນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດິ​ອາ​ເມ​ລິ​ກາ Donald Trump ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017 ແລະ ຢ້ຽ​ມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່​ປຶກ​ສາ​ສະ​ພາ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ໄດ້​ສົ່ງ​ຄຳ​ຂອບ​ໃຈ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ແລະ ຢືນ​ຢັນ​ວ່າ, ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ Donald Trump ຈະ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017 ຢູ່​ຫວຽດ​ນາມ.

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Rex Tillerson ແລະ ທ່ານ Herbert Raymond McMaster, ທິ່​ປຶກ​ສາ​ສະ​ພາ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ຢືນ​ຢັນ​ວ່າ, ອຳ​ນາ​ດ​ການ​ປົກ​ຄອງ​ໃໝ່​ອາ​ເມ​ລິ​ກາ ສືບ​ຕໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບດ​້ານ​ກັບ​ຫວຽດ​ນາມ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ທ່ານ Rex Tillerson ແລະ ທ່ານ McMaster ໄດ້​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ ແລະ ຄວາມ​ເສ​ລີໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​​ໜັບ​ສະ​ໜູນ​ການ​ແກ​້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕ​ິ​ວິ​ທີ, ໂດຍ​ອີງ​ໃສ່​ບັນ​ດາ​ວິ​ວັດ​ທະ​ນາ​ການ​ທາງ​ການ​ທູດ ແລະ ກົດ​ໝາຍ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວ​ຍ​ທະ​ເລ​ປີ 1982 (UNCLOS), ເຄົາ​ລົບຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກ້າວ​ໄປ​ເຖິງກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ໃນ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ Steven Mnuchin ປາດ​ຖະ​ໜາ​ວ່າ 2 ຝ່າຍ​ສືບ​ຕໍ່​​ຮ່ວມ​ມືເພື່ອຊຸກ​ຍູ້ການ​ພົວ​ພັນດ້ານ​ການ​ຄ້າ​ທີ່​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.


ຕອບກັບ

ຂ່າວ/ບົດ​ອື່ນ