ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ລົງຊີ້ນຳການຕ້ານສະພາບນ້ຳຖ້ວມຢູ່ກວາງນິງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ  ລົງຊີ້ນຳການຕ້ານສະພາບນ້ຳຖ້ວມຢູ່ກວາງນິງ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​  ​ລົງ​ຊີ້​ນຳ​ການ​ປ້ອງ​ກັນ ແລະ ຕ້ານ​ສະ​ພາບ​ຝົນ​ຕົກໜັກ,​ນ້ຳ​ຖ້ວມຢູ່ກວາງ​ນິງ


(vovworld)-    ເມື່ອ​ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນິງ​ເພື່ອ​ຊີ້​ນຳ​ການ​ປ້ອງ​ກັນ ແລະ ຕ້ານ​ສະ​ພາບ​ຝົນ​ຕົກໜັກ,​ນ້ຳ​ຖ້ວມໃນ​ຕອນ​ບ່າຍ​ວັນ​ທີ 31/7,ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ໄດ້​ຊົມ​ເຊີຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ແຂວງ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ. ທ່ານກ່າວ​ວ່າ :

   “ ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ກ່ຽວ​ກັບ​ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ, ລະ​ມັດ​ລະ​ວັງ​ຕໍ່​ການ​ເກີດ​ໂລກ​ລະ​ບາດ, ເຮັດ​ອະ​ນາ​ໄມ​ຢູ່​ຕາມ​ທ້ອງ​ຖະ​ໜົນ​ເພື່ອ​ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ປົກ​ກະ​ຕິ. ເບິ່ງ​ແຍງ​ຜູ້​ຮັບ​ບາດ​ເຈັບ, ຢື້​ຢາມ​ຖາມ​ຂ່າວ​ຄອບ​ຄົວ​ບັນ​ດາ​ຜູ້​ຮັບ​ເຄາະ​ຮ​້າຍ, ຮັບ​ປະ​ກັນ​ການ​ກິນ​ຢູ່, ນ້ຳ​ດື່ມ, ນ້ຳ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ. ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຖືກ​ອຶດ​ຫິວ, ເກີດ​ໂລກ​ລະ​ບາດ. ກຽມ​ພ້ອມ​ຮັບ​ມື​ເມື່ອ​ເກີດ​ສະ​ພາບ​ທີ່ບໍ່​ດີ​ໃນ​ຂອບ​ເຂດ​ທົ່ວ​ແຂວງ ”

    ຝົນ​ຕົກ​ໜັກ ແລະ ນ້ຳ​ຖ້ວມ​ຄັ້ງ​ປະ​ຫວັດ​ສາດ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງກວາງ​ນິງ​ໃນ​ຮອບ 40 ປີ​ຜ່ານ​ມາ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 17 ຄົນ, 6 ຄົນ​ຫາຍ​ສາບ​ສູນ, ເຮືອນ​ຊານ, ໂຮງ​ຮຽນ​ກວ່າ 3.700 ຫຼັງ​ຖືກ​ນ້ຳ​ຖ້ວມ, ນອກ​ຈາກນັ້ນ, ຍັງ​ຖືກ​ເສຍ​ຫາຍ​ຢ່າງ​ໜັກ​ກ່ຽວ​ກັບ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ສິນ​ທະ​ເລ, ລະ​ບົບ​ຂົວ​ທາງ, ຊົນ​ລະ​ປະ​ທານ, ຄາດ​ວ່າ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ຈະ​ຂຶ້ນ​ເຖິງ 2000 ຕື້​ດົງ.

    ໄລ່​ຮອດ​ເວ​ລາ 10 ໂມງວັນ​ທີ 1/8, ຈຳ​ນວນ​ນັກ​ທ່ອງ​ທ່ຽວທັງ​ໝົດ 1500 ຄົນ​ທີ່​ຖືກ​ຕິດ​ຄ້າງ​ຢູ່​ເກາະ ໂກ​ໂຕ ແຂວງ ກວາງ​ນິງ ໄດ້​ກັບ​ຄືນ​ມາ​ດ້ວຍ​ຄວາມ​ປອດ​ໄພ.

    ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ກໍ​ໄດ້​ລົງ​ກວດ​ກາ ແລະ ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ສະ​ພາບ​ຝົນ​ຕົກ​ໜັກ, ນ້ຳ​ຖ້ວມ​ຢູ່​ແຂວງ​ລ້າງ​ເຊີນ.

ຂ່າວ/ບົດ​ອື່ນ