ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຊີ້ນຳສູນກາງກ່ຽວກັບການພັດທະນາຊົນນະບົດລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຊີ້ນຳສູນກາງກ່ຽວກັບການພັດທະນາຊົນນະບົດລາວ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຊີ້ນຳສູນກາງກ່ຽວກັບການພັດທະນາຊົນນະບົດລາວ
(ພາບ: Nguyễn Dân - TTXVN)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 19/12, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ​ທ່ານ ຫງວຽນ​ຊວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ສ​ປ​ປ ລາວ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຟຸກ ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ເພີ່ມ​ທຶນ ODA ໜູນ​ຊ່ວຍ​ລາວ​ຕື່ມ​ອີກ 30%. ເງິນຈຳ​ນວ​ນ​ນີ້​ຈະ​ສຸມ​ໃສ່​ລົງ​ທຶນ​ໃຫ້​ບັນ​ດາ​ແຂວງ, ທ້ອງ​ຖີ່ນ, ປະ​ຊາ​ຊົນ​ ລາວ ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ຍູ້​ແຮງ​ພາ​ລະ​ກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ກໍ່​ຈະ​ຍູ້​ແຮງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃຫຍ່​ຢູ່​ລາວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້​ນ​ໜັກ​ວ່າ: ພັກ, ລັດ ຫວຽດ​ນາມ ຖື​ເປັນ​ສຳ​ຄັນພິ​ເສດ​ ແລະ ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ດັ່ງນັ້ນ, 2 ປ​ະ​ເທດ​ຄວນ​ຖື​ໜ້າ​ທີ່​ສຶກ​ສາ​ມູນ​ເຊື້ອ​ໃຫ້​ລຸ້ນ​ໜຸ່ມ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພ​ັດ​ທະ​ນາ​ຮອບ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ, ພ້ອມ​ທັງ​ເພີ່​ມ​ທະ​ວີ​ຮ່ວມ​ມື​ພັດ​ທະ​ນ​າ​ຮອບ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ກັນ​ພ້ອມ​ກັນ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ເລື່ອງ​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.


ຂ່າວ/ບົດ​ອື່ນ