ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ວ່າການແຂວງ Nagasaki, ຍີ່ປຸ່ນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ວ່າການແຂວງ Nagasaki, ຍີ່ປຸ່ນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບຜູ້ວ່າການແຂວງ Nagasaki, ຍີ່ປຸ່ນ
(ພາບ: VGP)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Hodo Nakamura, ຜູ້​ວ່າການ​​ແຂວງ Nagasaki, ຍີ່ປຸ່ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 31/08, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ຍີ່​ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງຫວຽດນາມ. ຍາມ​ໃດ​ລັດຖະບານ​ຫວຽດນາມ ​ກໍ​ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ ​ແລະ ​ເປີດກວ້າງ​ການ​ພົບ​ປະ​ແລກປ່ຽນ​ການຮ່ວມ​ມື​ລະ​ຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ແທດ​ຈິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ​ແຂວງ Nagasaki ມີ​ທ່າ​​ແຮງ​ດ້ານ​ການທ່​ອງທ່ຽວ ​ແລະ ອາ​ຊີບ​ການ​ປະມົງ, ນີ້​ກໍ​ແມ່ນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ​ພັດທະນາ​ຂອງ​ນະຄ​ອນດ່າ​ໜັງ ​ແລະ ​ແຂວງ​ກວາງ​ນາມ. ສະ​ນັ້ນ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ສຸມ​ໃສ່​ຄົ້ນຄວ້າ ​ແລະ ຊຸກ​ຍູ້​ການ​ຮ່ວມ​ມື. ສ່ວນ​ທ່ານ Hodo Nakamura ປາດ​ຖະໜາ​ວ່າ, ລັດຖະບານ​ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ຂອງ​ແຂວງ Nagasaki ມາຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຢ່າງ​ຍາວ​ນານ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ