ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍMenXomOn

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍMenXomOn - ảnh 1
ທ່ານ​​ນາງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Men Xom On ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ

(vovworld) – ​ ໃນ​ສະ​ພາບ​ການ​ສາ​ກົນ ແລ​ະ ພາກ​ພື້ນ​​ປະ​ຈຸ​ບັນນີ້, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ກ່​ວາ​ອີກ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ການ​ພັດ​ທະ​ນາ​ຢູ່ພາກ​ພື້ນ ແລະ ​ຢູ່ໃນ​ໂລກ. ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​​ນາງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Men Xom On. ຕອນ​ບ່າຍ​ວັນ​ທີ 29/4, ​ຢູ່ນະ​ຄອນ ໂຮ່​ຈີ​ມິນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຳ​ປູ​ເຈຍ ໂດຍ​ທ່ານ​ນາງ Men Xom On, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ນຳ​ໜ້າ, ເນື່ອງ​ໃນ​ໂອ​ກາດ​ມາ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ຫວຽດ​ນາມ ແລະ ກຳ​ປູ​ເຈຍ ມີ​ມູນ​ເຊື້ອ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ. ໃນ​ການ​ຕໍ່​ສູ້​ເພື່ອເອ​ກະ​ລາດ, ເສ​ລີ​ພາບ ແລະ ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ກາ​ນ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​​ຈາກເພື່ອນ​ມິດ​ສາ​ກົນ ໃນ​ນັ້ນ​ມີ​ປະ​ຊາ​ຊົນ ກຳ​ປູ​ເຈຍ. ທ່ານ​ນາງ Men Xom On ຂ​ອບ​ອົກ​ຂອບ​ໃຈ​ກາ​ນ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​​ເຊິ່ງ​ການ​ນຳ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ​ໄດ້ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ຊາດ, ພິ​ເສດ​ແມ່ນ​ຊ່ວຍ ກຳ​ປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກໄພ​ດັບ​ສູນ​ເຊື້ອ​ຊາດ ຂະ​ແມ​ແດງ.

 


ຂ່າວ/ບົດ​ອື່ນ