ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກປະດັບຫຼຽນໄຊເອກະລາດຊັ້ນ2ໃຫ້ລັດຖະມົນຕີລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກປະດັບຫຼຽນໄຊເອກະລາດຊັ້ນ2ໃຫ້ລັດຖະມົນຕີລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ປະດັບ​
ຫຼຽນ​ໄຊ​ເອກະລາດ​ຊັ້ນ 2 ​ໃຫ້​ທ່ານ ສົມ​ມາດ ພົນ​ເສນາ
(ພາບ: baochinhphu.vn)

(vovworld) –  ວັນ​ທີ 9/10, ຢູ່​ຮ່າ​ໂນ້ຍ, ​ໂດຍ​ຮັບ​ສິດມອບ​ໝາຍ.ຂອງ​ປະທານ​ປະ​ເທດ ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ຕົກລົງ​ຂອງ​ນາຍົກລັດ​ຖະມົນຕີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ ຫວຽດນາມ - ລາວ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 2 ​ໃຫ້​ທ່ານ ສົມ​ມາດ ພົນ​ເສນາ, ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ສປປ ລາວ, ອະດີດ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ລາວ. ນີ້​ແມ່ນ​ລາງວັນ​ສູງ​ສົ່ງ ​ເຊິ່ງພັກ ​ແລະ ລັດ ຫວຽດນາມ ມອບ​ໃຫ້ ​ເພື່ອ​ແນ​ໃສ່​​ຮັບຮູ້​ບັນດາ​ການ​ປະກອບສ່ວນ​ຕັ້ງໜ້າ​ຂອງ​ທ່ານ ສົມ​ມາດ ພົນ​ເສນາ ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເວົ້າ​ລວມ ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ຄົມມະນາຄົມ​ຂົນ​ສົ່ງ 2 ປະ​ເທດ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ