ຮອງນາຍົກລັດຖະມົນຕີຫວູດຶກດາມ:ນະໂຍບາຍພັດທະນາຂອງຫວຽດນາມລ້ວນແຕ່ມູ່ງໄປເຖິງການເບິ່ງແຍງດູແລເດັກນ້ອຍ

ຮອງນາຍົກລັດຖະມົນຕີຫວູດຶກດາມ:ນະໂຍບາຍພັດທະນາຂອງຫວຽດນາມລ້ວນແຕ່ມູ່ງໄປເຖິງການເບິ່ງແຍງດູແລເດັກນ້ອຍ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວູ​ດຶກ​ດາມ
(ພາບ: nguyentandung.org)

(vovworld) –  ​ການ​ໂອ້​ລົມ​ສົນ​ທະ​ນາ ZEZOtalks ສິດ​ຂອງ​ເດັກ ແລະ ຫຼັກ​ການ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ຊຶ່ງດຳ​ເນີນ​ໄປ​ໃນຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໃຫ້​ຮູ້​ວ່າ​: ຫວຽດ​ນາມ ແມ່ນ​ປະ​ເທດ​ທີ 2 ໃນ​ໂລກ ແລະ ແມ່ນ​ປະ​ເທດ​ທຳ​ອິດ​ໃນ ອາ​ຊີ ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ສິດທິ​ເດັກ. ພ້ອມ​ກັບ​ເລື​ອ່ງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍານີ້, ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ລ້ວນ​ແຕ່​ແນ​ໃສ່​ເດັກ. ດັ່ງ​ນັ້ນ, ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ຈຸດ​ໝາຍ​ສະ​ຫັດ​ສະ​ຫ​ວັດ​ກ່ອນໝູ່​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ໃນ​ນັ້ນ​ມີ​ຈຸດ​ໝາຍ​ສະ​ຫັດ​ສະ​ຫວັດ​ກ່ຽວ​ຂ້ອງ​ເດັກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ຢືນ​ຢັນ​ວ່າ:

        “ຈິດ​ໃຈ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ກຽມ​ພ້ອມ​ຮັບ​ມື​ກັບ​ການ​ທ້າ​ທາຍ, ດ້ວຍຄຸນ​ນະ​ທາດ ແລະ ພຸມ​ປັນ​ຍາ, ຫັນ​ການ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ຕົນ​ເອງ ແລະ ໃຫ້​ທຸກ​ຄົນ. ບໍ່​ພຽງ​ແຕ່​ສ້າງວັດ​ຖຸ​ສິ່ງ​ຂອງ, ວັດ​ທະ​ນາ​ຖາ​ວອນ​ໃຫ້​ແກ່​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ແກ່​ປະ​ຊາ​ຄົມ​ອີກ​ດ້ວຍ. ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ປະ​ກອບ​ສ່ວນບໍ່​ພຽງ​ແຕ່​ດ້ວຍກອງ​ທຶນ​ກຸ​ສົນ ຫຼຶ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເດັກ​ໂດຍ​ກົງ. ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ຢາກ​ມີ​ການ​ເຄື່ອນ​ໄຫວຫຼາຍ​ກ່​ວາ, ໃນຈິດ​ໃຈ​ວິ​ສາ​ຫະ​ກິດ ແລະ ຫຼັກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ພວກ​ເພື່ອນ​ໄດ້​ເຮັດ​ໄປ​ແລ້ວ, ໄດ້​ເອົາ​ໃຈ​ໃສ່​ເຖິງ​ເດັກ​ນ້ອຍ​ແລ້ວ, ປະ​ຈຸ​ບັນ​ຕ້ອງ​ດຳ​ເນີນ​ເປັນ​ປະ​ຈຳ​ກ່​ວາ​ອີກ.”


ຂ່າວ/ບົດ​ອື່ນ