ຮອງນາຍົກລັດຖະມົນຕີຫວູວັນນີງກ່າວຄຳເຫັນທີ່ກອງປະຊຸມອະນາຄົດຂອງອາຊີ

ຮອງນາຍົກລັດຖະມົນຕີຫວູວັນນີງກ່າວຄຳເຫັນທີ່ກອງປະຊຸມອະນາຄົດຂອງອາຊີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ
(ພາບ: asia.nikkei.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/5, ກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ ຄັ້ງ​ທີ 21 ດ້ວຍ​ຫົວ​ຂໍ້​ “ອາ​ຊີ ຫຼັງ​ປີ 2015: ບັນ​ດາ​ໜ້າ​ທີ່​​ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຍາວ​ນານ” ໂດຍ​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ Nikkei ແລະ ສູນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ຍີ່​ປຸ່ນ ຈັດ​ຕັ້ງ, ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ, ພ້ອມ​ກັບ​ການນ​ຳຫຼາຍ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ​ໄດ້ກ່າວ​ປາ​ໄສ​ທີ່ກອງ​ປະຊຸມ. ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຖື​ວ່າ: ກອງ​ປະ​ຊຸມ​ອະ​ນາ​ຄົດ​ຂອງ ອາ​ຊີ ແມ່ນ​ເວ​ທີ​ປາ​ໄສ​ທີ່​ມີ​ອິດ​ທິ​ພົນ​ຊື່​ສ​ຽງ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ແບ່ງ​ປັນ​ບົດ​ຮຽນ​ຕົວ​ຈິງ ແລະ ປຶ​ກ​ສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ ແລະ ຊ​ຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ອາ​ຊີ ແຫ່ງສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ.

        ກ່ຽວ​ຂ້ອງ​ເຖິງ ຍີ່​ປຸ່ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖ​ື​ວ່າ: ຍີ່​ປ​ຸ່ນ ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ, ມີ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ, ​ທີ່​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ກໍ່​ສ້າງປະ​ຊາ​ຄ​ົມ ອາ​ຊຽນ. ຫວຽດ​ນາມ ຊົມ​ເຊີຍ​ເລື່ອງ ຍີ່​ປຸ່ນ ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກ່​ວາ​​ເກົ່າ​ໂດຍ​ຜ່ານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື ອາ​ຊຽນ - ຍີ່​ປຸ່ນ, ອາຊຽນ+3, ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ແລະ ບັນ​ດາ​ກອງ​ປ​ະ​ຊຸມ​ອື່​ນໆ​ອີກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ​ເຊື່ອ​ໝັ້ນ​ວ່າ​ໃນ​ໄລ​ຍະຕໍ່​ໄປ, ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ ຈະ​ສືບ​ຕໍ່​ພັດ​ທະ​ນາ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ເພື່ອ​ຜົນ​ປະ​ໂຫຍດ​ຂອ​ງ​ທັງ 2 ຝ່າຍ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ​ການພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ.


ຂ່າວ/ບົດ​ອື່ນ