ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຮຽກຮ້ອງເພີ່ມທະວີການພັດທະນາເສດຖະກິດ,ສັງຄົມເຂດຕາເວັນຕົກພາກໃຕ້

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຮຽກຮ້ອງເພີ່ມທະວີການພັດທະນາເສດຖະກິດ,ສັງຄົມເຂດຕາເວັນຕົກພາກໃຕ້ - ảnh 1
ທ່ານ ເວືອງດິ່ງເຫ້ວ ເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້
(ພາບ:VGP/Thành Chung)

(vovworld) – ວັນ​ທີ 23/8, ຢູ່​ແຂວງ ຊອກ​ຈັງ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ, ສາສະໜາ, ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້. ​ໃນ​ຊຸ​ມປີຜ່ານມາ, ​ເບິ່ງ​ລວມ​ແລ້ວ, ສະພາບ​ການ​ເສດຖະກິດ, ຊີວິດ​ການ​ເປັນ​ຢູ່, ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ ​ແລະ ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍລິ​ເວນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ເປັນ​ປົກກະຕິ​ໂດຍ​ພື້ນຖານ. ວຽກ​ງານ​ຊົນ​ເຜົ່າ, ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ, ສາສະໜາ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ​່ປະຊາຊົນ​ຊົນ​ເຜົ່າ​ພັດທະນາ​ຮອບ​ດ້ານ​ໃນ​ບັນດາ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່, ວັດທະນະທຳ, ສາທາລະນະ​ສຸກ, ການ​ສຶກສາ. ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ເທື່ອ​ລະ​ກ້າວ, ອັດຕາ​ຄອບຄົວ​ທຸກ​ຍາກ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໄລຍະ 2011 – 2015 ຫລຸດ​ລົງ​ຈາກ 33% ລົງ​ເຫຼືອ​ພຽງກ່ວາ 13%.

        ກ່າວ​ຄຳ​ເຫັນຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດິ່ງ​ເຫ້ວ ​ເນັ້ນ​ໜັກ​ວ່າ: ບັນດາ​ທ້ອງ​ຖິ່ນ​ຕ້ອງ​ຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ, ຫລຸດຜ່ອນ​ຄວາມທຸ​ກຍາກ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ, ພິ​ເສດ​ແມ່ນ​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ປະສົບ​ກັບ​​ໄພ​ແຫ້ງ​ແລ້ງ​ ​ແລະ ນ້ຳ​ທະ​ເລ​ຊຶມ. ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ແຂວງ, ນະຄອນ​​ໃນ​ເຂດ​ສືບ​ຕໍ່​ພັດທະ​ນາ​ເສດຖະກິດ, ສັງຄົມ, ປັບ​ປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ວິ​ສາ​ຫະກິດ, ຍູ້​​ໄວ​ການ​ປ່ອຍ​ເງິນ​ລົງທຶນ​ຂອງ​ລັດ ​ແລະ ປະຕິບັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ອື່ນ​ໆ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ​້ວ ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ​ຕັ້ງໜ້າ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​​, ນະ​ໂຍບາຍ​ສາສະໜາເປ​ັນຢ່າງ​ດີ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ, ພັດທະນາ​ເສດຖະກິດ - ສັງ​ຄົມຕິດ​ພັນກັບການ​ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ເພີ່ມ​ທະວີ​ການຈັດ​ສັນ​ແຫຼ່ງ​ລາຍ​ຈ່າ​ຍປະຕິບັດ​ວຽກ​ງານ​ຫລຸ​ດຜ່ອນ​ຄວາ​​ມທຸກ​ຍາກ​ໃນ​ໄລຍະ 2016 – 2020.


ຂ່າວ/ບົດ​ອື່ນ