ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຂົ້າຮ່ວມເວທີປາໄສຫົວເລື່ອງສະເພາະຕະຫຼາດທຶນ-ການເງິນ

(VOVWORLD) -ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນເວທີປາໄສຫົວເລື່ອງສະເພາະຕະຫຼາດທຶນ - ການເງິນ, ເຊິ່ງແມ່ນເຫດການທີ 2 ໃນເວທີປາໄສເສດຖະກິດຫວຽດນາມ ແກ່ຍາວຮອດເດືອນທັນວາ 2018. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ກໍ່ໄດ້ເຂົ້າຮ່ວມເວທີປາໄສ.

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຂົ້າຮ່ວມເວທີປາໄສຫົວເລື່ອງສະເພາະຕະຫຼາດທຶນ-ການເງິນ - ảnh 1

 ເວທີປາໄສຫົວເລື່ອງສະເພາະຕະຫຼາດທຶນ-ການເງິນ

(ພາບ: tinnhanhchungkhoan.vn)

ເວທີປາໄສໄດ້ປຶກສາຫາລືບັນດາບັນຫາຫຼັກແຫຼ່ງ, ຍຸດທະສາດກ່ຽວກັບເສດຖະກິດມະຫາພາກຂອງປະເທດຊາດ ເຊິ່ງໄດ້ວາງອອກໃນສະພາບຂອງພາກພື້ນ ແລະ ສາກົນ ດ້ວຍການເຂົ້າຮ່ວມຂອງນັກປະຖະກະຖາຢູ່ພາຍໃນປະເທດ ແລະ ສາກົນຫຼາຍຄົນ ເພື່ອແນໃສ່ຊີ້ໃຫ້ເຫັນສະພາບຕົວຈິງຂອງຕະຫຼາດທຶນ, ບັນດາຮູບແບບການເງິນໃນໂລກ, ຊ່ວຍຫວຽດນາມ ຄົ້ນຄວ້າທາບທາມ, ນຳໃຊ້ເຂົ້າບັນດາມາດຕະການສ້າງລະບົບຕິດຕາມກວດກາດ້ານການເງິນຢູ່ພາຍໃນປະເທດຢ່າງມີປະສິດທິຜົນ. ເວທີປາໄສກໍ່ໄດ້ຍົກອອກບັນດາມາດຕະການນຳໃຊ້ກະແສເງິນປະຢັດຈາກພາກເອກະສົນເພື່ອຊຸກຍູ້ເສດຖະກິດ, ກໍ່ຄືບັນດານະໂຍບາຍຊຸກຍູ້ ແລະ ບັນດາກາລະໂອກາດຫັນສະພາບແວດລ້ອມແຫ່ງການລົງທຶນຢູ່ພາຍໃນປະເທດເປັນຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ